ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນກັນຍາ 2020 ໄດ້ຈັດຂຶ້ນເມື່ອວັນທີ 17-18 ກັນຍາທີ່ຜ່ານມາ ຢູ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງ ທ່ານ ທອງລຸນ ສີສຸລິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ຄະນະລັດຖະບານໄດ້ຄົ້ນຄວ້າ ພິຈາລະນາ ແລະ ປະກອບຄຳຄິດເຫັນກ່ຽວກັບຫຼາຍບັນຫາທີ່ສໍາຄັນທີ່ພົ້ນເດັ່ນ ແລະ ການປະຕິບັດວຽກງານໃນຂະແໜງການຕ່າງໆຂອງລັດຖະບານໃນໄລຍະທີ່ຜ່ານມາ ຊຶ່ງໃນຫຼາຍບັນຫາທີ່ສໍາຄັນນັ້ນ, ກອງປະຊຸມ ຫຼື ຄະນະລັດຖະບານໄດ້ຊີ້ນໍາໃຫ້ທຸກພາກສ່ວນຈົ່ງມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພຂອງກຸ່ມຄົນບໍ່ຫວັງດີຕໍ່ປະເທດລາວ, ນອກນັ້ນຍັງເນັ້ນໃຫ້ພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໍໃນສັງຄົມ, ແກ້ໄຂບັນຫາອຸປະຕິເຫດຕາມທ້ອງຖະໜົນ ແລະ ໄດ້ຊີ້ນໍາໃຫ້ສື່ມວນຊົນລາວໃນການເປັນກະບອກສຽງທີ່ແຫຼມຄົມ ເພື່ອຕອບຕ້ານການອອກຂ່າວທີ່ບໍ່ມີມູນຄວາມຈິງ ຫຼື ໃສ່ຮ້າຍປ້າຍສີ.
ສະເພາະສະພາບການຂອງສາກົນ ກອງປະຊຸມໄດ້ຊີ້ນໍາໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຕິດຕາມຢ່າງໃກ້ຊິດ, ມີການວິເຄາະວິໄຈຢ່າງລະອຽດ ເຖິງຜົນກະທົບທີ່ອາດມີຕໍ່ປະເທດລາວ ເພື່ອກຳນົດນະໂຍບາຍ ໃຫ້ສອດຄ່ອງກັບສະພາບປະຈຸບັນ. ສຳລັບການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ເອົາໃຈໃສ່ຕິດຕາມເຝົ້າລະວັງຢ່າງໃກ້ຊິດ, ຈັດຕັ້ງປະຕິບັດມາດຕະການ ຢ່າງເຄັ່ງຄັດ ເພື່ອຮັບປະກັນບໍ່ໃຫ້ເຊື້ອພະຍາດດັ່ງກ່າວ ແຜ່ລາມ ແລະ ສ້າງຄວາມເສຍຫາຍໃຫ້ແກ່ສຸຂະພາບ, ຊີວິດ ແລະ ຊັບສິນ ຂອງພົນລະເມືອງລາວ, ພ້ອມກັນນັ້ນ ກໍ່ແກ້ໄຂບັນຫາການແຜ່ລະບາດ ພະຍາດໄຂ້ເລືອດອອກ ໃຫ້ທັນການ ແລະ ອື່ນໆ.
ຂ່າວ-ພາບ: ສນຍ

