ກອງທຶນສົ່ງເສີມລັດວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກໍາ ແລະ ການຄ້າ ແຈ້ງໃຫ້ຮູ້ວ່າ: ບ່ວງປ່ອຍເງິນກູ້ 200 ຕຶ້ກີບຂອງລັດຖະບານເພື່ອສົ່ງເສີມລັດວິສາຫະກິດຂະໜາດນ້ອຍ ແລະ ກາງ ຈະປ່ອຍໃຫ້ສະເພາະ 4 ຂະແໜງການບູລິມະສິດ ຂອງລັດຖະບານຢູ່ 3 ຈຸດສຸມເທົ່ານັ້ນ.
ກອງທຶນສົ່ງເສີມລັດວິສາຫະກິດຂະໜາດນ້ອຍ ແລະ ກາງໄດ້ອອກແຈ້ງການແນະນໍາເມື່ອບໍ່ດົນມານີ້ ເຖິງທະນາຄານທີ່ເຂົ້າຮ່ວມໂຄງການ ແລະ ທະນາຄານທີ່ໄດ້ຮັບທຶນ ແລະ ເຖິງບັນດາເຈົ້າຂອງວິສາຫະກິດຂະໜາດນ້ອຍ ແລະ ກາງທີ່ຕ້ອງການກູ້ເງິນກອງທຶນໄປພັດທະນາ ທຸລະກິດຂອງຕົນ ວ່າ: ເງິນບ່ວງດັ່ງກ່າວຈະປ່ອຍໃຫ້ສະເພາະ 4 ຂະແໜງການທີ່ປະກອບມີ ຂະແໜງອຸດສາຫະກໍາປຸງແຕ່ງ (ອຸດສາຫະກໍາປຸງແຕ່ງອາຫານ ແລະ ອາຫານສັດ, ອຸດສາຫະກໍາອື່ນໆທີ່ຕິດພັນກັບການປຸງແຕ່ງຜະລິດຕະພັນກະສິກໍາ), ຂະແໜງຫັດຖະກໍາ ( ຫັດຖະກໍາຕໍ່າຫູກ ແລະ ແພພື້ນເມືອງ, ແກະສະຫຼັກໄມ້, ຫວາຍ ແລະ ໄມ້ປ່ອງ, ອາຫານພື້ນເມືອງ, ເຄື່ອງປັ້ນດິນເຜົາ ແລະ ເຄື່ອງເງິນ-ຄໍາ ແລະ ເຄື່ອງເອ້ຢ້ອງ), ຂະແໜງກະສິກໍາປູກຝັງ ແລະ ລ້ຽງສັດ (ປູກພຶດຜັກ, ຟາມລ້ຽງສັດປະເພດຕ່າງໆ, ລ້ຽງປາ ແລະ ເພາະພັນແນວປາ, ປູກກາເຟ, ຊາ, ສາລີ, ຢາງພາລາ ແລະ ອື່ນໆ ແລະ ຂະແໜງ ທ່ອງທ່ຽວ ( ການນໍາທ່ຽວ, ການສ້າງ ຫຼື ສ້ອມແປງແຫຼ່ງທ່ອງທ່ຽວ, ການບໍລິການໃນສະຖານທີ່ພັກແຮມ, ຮ້ານອາຫານ ແລະ ຮ້ານຂາຍເຄື່ອງທີ່ລະນຶກ).
ແຈ້ງການແນະນໍາຍັງໄດ້ລະບຸໄວ້ຕື່ມອີກວ່າ: 4 ຂະແໜງການທີ່ກ່າວມານັ້ນ ຕ້ອງນອນຢູ່ໃນຂົງເຂດບູລິມະສິດຂອງລັດຖະບານ, ແມ່ນຢູ່ເຂດຫ່າງໄກສອກຫຼີກ ແລະ ເຂດທຸກຍາກທີ່ປະກອບມີ 3 ຈຸດສຸມພັດທະນາທີ່ລັດຖະບານຮັບຮອງເອົາໃນແຕ່ລະໄລຍະ ຄື: ຈຸດສຸມພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ຈຸດສຸມຈັດສັນພູມລໍາເນົາ ແລະ ອາຊີບ ແລະ ຈຸດສຸມເປົ້າໝາຍສ້າງບ້ານໃຫ່ຍໃຫ້ເປັນຕົວເມືອງນ້ອຍໃນຊົນນະບົດ ຈຶ່ງຈະສາມາດມາກູ້ຢືມເງິນໃນບ່ວງນີ້ໄດ້.
ຂ່າວ: ວຽງຈັນທາຍ

