ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສົນທະນາທາງໂທລະສັບທາງໄກ ກັບ ລັດຖະມົນຕີກະຊວງຕ່າງປະເທດ ມາເລເຊຍ, ທ່ານ ດາໂຕະ ສິຣິ ຮີຊະມູດິນ ຕູນ ຮູສຊິນ, ເພື່ອ ແນໃສ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ ແລະ ມາເລເຊຍ, ໂດຍສະເພາະ ຍັງໄດ້ປຶກສາຫາລືຄວາມເປັນໄປໄດ້ໃນການອຳນວຍຄວາມສະດວກໃຫ້ພົນລະເມືອງຂອງສອງປະເທດສາມາດເດີນທາງກັບຄືນປະເທດ ໂດຍຜ່ານຍົນເຊົ່າເໝົາລຳ, ພ້ອມທັງຊອກຫາຊ່ອງທາງໃນການເປີດທາງອຳນວຍຄວາມສະດວກໃຫ້ພາກທຸລະກິດ, ການທ່ອງທ່ຽວ ແລະ ການຊ່ວຍເຫຼືອດ້ານການແພດໃນການປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ໃນວັນທີ 17 ກັນຍາ 2020, ທີ່ ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ.
ໃນໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ທີ່ໄດ້ມີໂອກາດສົນທະນາຜ່ານທາງໂທລະສັບທາງໄກກັບ ທ່ານ ດາໂຕະ ສິຣິ ຮີຊະມູດິນ ຕູນ ຮູສຊິນ ໃນຄັ້ງນີ້, ພ້ອມນັ້ນ ສອງຝ່າຍ ຍັງໄດ້ປຶກສາຫາລືກ່ຽວກັບການຮ່ວມມືດ້ານເສດຖະກິດ ເປັນຕົ້ນແມ່ນການຮ່ວມມືເພື່ອສົ່ງສິນຄ້າດ້ານອຸດສາຫະກຳ ໄປຂາຍຢູ່ບັນດາປະເທດຕາເວັນອອກກາງ ເພື່ອແນ່ໃສ່ການຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.
ນອກຈາກນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ທີ່ໄດ້ຮັບການເສີມຂະຫຍາຍເປັນຢ່າງດີຕະຫຼອດມາ ແລະ ໃນປີ 2021 ນີ້ຈະເປັນປີຄົບຮອບ 55 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ມາເລເຊຍ (01/07/1966-01/07/2021), ສອງຝ່າຍຈະໄດ້ຈັດກິດຈະກຳຮ່ວມກັນ ແລະ ຈະມີການແລກປ່ຽນການຢ້ຽມຢາມຂອງການນຳຂອງສອງປະເທດເພື່ອເປັນການສະເຫຼີມສະຫຼອງປີສຳຄັນດັ່ງກ່າວໃຫ້ມີຄວາມໝາຍຄວາມສຳຄັນ.
ພ້ອມດຽວກັນນີ້, ສອງຝ່າຍ ຍັງໄດ້ປຶກສາຫາລືກ່ຽວກັບການກະກຽມກອງປະຊຸມ JC ຄັ້ງທີ 4 ລະຫວ່າງ ສປປ ລາວ ແລະ ມາເລເຊຍ, ພ້ອມທັງໄດ້ຕີລາຄາສູງຕໍ່ບົດບາດຄວາມສຳຄັນຂອງກົນໄກການຮ່ວມມືດັ່ງກ່າວ ຜ່ານຂະແໜງການຕ່າງໆ ໂດຍສະເພາະ ດ້ານການເມືອງ, ດ້ານການຄ້າ ແລະ ການລົງທຶນ, ການແລກປ່ຽນດ້ານວັດທະນະທຳ ແລະ ອື່ນໆ.
ຂ່າວ: ວຽງຈັນທາຍ

