ນັບແຕ່ຊຸມປີ 1980 ເປັນຕົ້ນມາ ລັດຖະບານ ໄດ້ອະນຸມັດໂຄງການລົງທຶນຫຼາຍກວ່າ 6,000 ໂຄງການ ໂດຍມີມູນຄ່າການລົງທຶນຫຼາຍກວ່າ 36 ຕື້ໂດລາສະຫະລັດ.
ອີງຕາມສະຖິຕິ ຈາກກະຊວງແຜນການ ແລະ ການລົງທຶນ ທີ່ເປີດເຜີຍຕົວເລກຫຼ້າສຸດເມື່ອບໍ່ດົນມານີ້ ໄດ້ສະແດງໃຫ້ເຫັນ ວ່ານັບແຕ່ປີ 1989 ຫາປີ 2019 ມີໂຄງການລົງທຶນທັງໝົດ 6,144 ໂຄງການ, ມູນຄ່າການລົງທຶນປະມານ 36,8 ຕື້ໂດລາສະຫະລັດ. ລັດຖະບານໄດ້ເລີ່ມຊຸກຍູ້ການລົງທຶນຂອງພາກເອກະຊົນໃນກາງຊຸມປີ 1980 ຫຼັງຈາກໄດ້ນຳສະເໜີນະໂຍບາຍເປີດປະເທດ, ເຊິ່ງເຮັດໃຫ້ພາກເອກະຊົນມີບົດບາດຫຼາຍຂຶ້ນໃນການຂັບເຄື່ອນການເຕີບໂຕຂອງເສດຖະກິດ ແລະ ການພັດທະນາປະເທດຊາດ.
ຕາມຕົວເລກສະຖິຕິ ການລົງທຶນຂອງຕ່າງປະເທດ ຢູ່ ສປປ ລາວ ໃນປະຈຸບັນ, ອັນດັບທີ 1 ແມ່ນ ຈີນ ເຊິ່ງລົງທຶນໃນ 862 ໂຄງການ ດ້ວຍມູນຄ່າການລົງທຶນ 10 ຕື້ໂດລາສະຫະລັດ, ອັນດັບທີ 2 ແມ່ນ ໄທ ດ້ວຍມູນຄ່າການລົງທຶນ 4,7 ຕື້ໂດລາສະຫະລັດ ແລະ ອັນດັບທີ 3 ແມ່ນ ຫວຽດນາມ ມູນຄ່າການລົງທຶນ 3,9 ຕື້ໂດລາສະຫະລັດ.
ຂະແໜງການລົງທຶນທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດຈາກບໍລິສັດທັງພາຍໃນ ແລະ ຕ່າງປະເທດ ນັບແຕ່ປີ 1989-2019 ແມ່ນການຜະລິດພະລັງງານໄຟຟ້າ, ເຊິ່ງໄດ້ດຶງດູດການລົງທຶນປະມານ 14 ຕື້ໂດລາສະຫະລັດ ແລະ ເປັນຂະແໜງການລົງທຶນທີ່ໃຫຍ່ທີ່ສຸດ. ຂະແໜງການທີສອງ ທີ່ດຶງດູດເອົາແຫຼ່ງທຶນຈາກບໍລິສັດລາວ ແລະ ຕ່າງປະເທດ ໃນໄລຍະນີ້ແມ່ນການຂຸດຄົ້ນບໍ່ແຮ່, ດ້ວຍການລົງທຶນທັງໝົດ 7,5 ຕື້ໂດລາສະຫະລັດ. ສ່ວນຂະແໜງການອື່ນໆ ທີ່ດຶງດູດການລົງທຶນ ແມ່ນການບໍລິການ, ກະສິກຳ, ອຸດສາຫະກຳ ແລະ ຫັດຖະກຳ.
ຂ່າວ: ວຽງຈັນທາຍ
ພາບ ປະກອບ

