ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມຜູ້ນໍາອາຊຽນ

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມຜູ້ນໍາອາຊຽນ

ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຊຶ່ງຖືກມອບໝາຍເປັນຜູ້ຕາງໜ້າພິເສດຂອງ ພະນະທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມຜູ້ນໍາອາຊຽນ ພາຍໃຕ້ຄໍາຂວັນ: “ພວກເຮົາຫ່ວງໃຍ, ພວກເຮົາກຽມພ້ອມ, ພວກເຮົາພ້ອມກັນຈະເລີນ” ໄດ້ຈັດຂຶ້ນໃນວັນທີ 24 ເມສາ 2021 ທີ່ ສໍານັກງານກອງເລຂາອາຊຽນ ນະຄອນຫຼວງຈາກາກຕາ ສາທາລະນະລັດ ອິນໂດເນເຊຍ, ພາຍໃຕ້ການເປັນປະທານ ຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ.

ກອງປະຊຸມຄັ້ງນີ້ ຖືເປັນຄັ້ງທໍາອິດທີ່ບັນດາຜູ້ນໍາອາຊຽນ ໄດ້ມີໂອກາດພົບປະກັນແບບເຊິ່ງໜ້າ ພາຍຫຼັງທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ນັບຕັ້ງແຕ່ທ້າຍປີ 2019 ເປັນຕົ້ນມາ.

ໃນກອງປະຊຸມ ບັນດາຜູ້ນໍາອາຊຽນ ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງອາຊຽນ ໃນການສືບຕໍ່ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂຜົນກະທົບດ້ານທາງດ້ານສຸຂະພາບ ແລະ ການພັດທະ ນາເສດຖະກິດ-ສັງຄົມ ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມທັງໄດ້ຮັບຊາບຄວາມຄືບໜ້າໃນການຈັດ ຕັ້ງປະຕິບັດວິໄສທັດການສ້າງປະຊາຄົມອາຊຽນ 2025, ການສ້າງຕັ້ງສູນສາທາລະນະສຸກເສີນ ແລະ ພະຍາດລະບາດອາຊຽນຮ່ວມມືກັບຍີ່ປຸ່ນ; ການຈັດຊື້ຢາວັກແຊັງ ໂດຍນໍາໃຊ້ກອງທຶນຕອບໂຕ້ພະຍາດໂຄວິດ-19 ອາຊຽນ, ການຈັດຕັ້ງປະຕິບັດແຜນງານໂຄງການພາຍໃຕ້ແຜນຟື້ນຟູຮອບດ້ານອາຊຽນ,  ການຮ່າງຂອບຂໍ້ຕົກລົງ ວ່າດ້ວຍການສ້າງແລວການເດີນທາງພິເສດອາຊຽນ ແລະ ອື່ນໆ.

ພ້ອມກັນນັ້ນ ຜູ້ນໍາອາຊຽນຍັງໄດ້ຢໍ້າຄືນຄວາມສໍາຄັນຂອງການຍຶດຖືຫຼັກການຮ່ວມມືຫຼາຍຝ່າຍ ເພື່ອຮັບມື ແລະ ແກ້ໄຂບັນດາສິ່ງທ້າທາຍທີ່ອາດຈະເກີດຂຶ້ນຢູ່ລະດັບພາກພື້ນ ແລະ ສາກົນ ລວມທັງການຮັບປະກັນການເຂົ້າເຖິງ ແລະ ການສະໜອງຢາວັກແຊັງຕ້ານໂຄວິດຜ່ານໂຄງການຮ່ວມມືຢາວັກແຊັງຫຼາຍຝ່າຍ ຫຼື ໂຄແວັກ (COVAX).

ນອກຈາກນີ້, ຜູ້ນໍາອາຊຽນ ຍັງໄດ້ຕີລາຄາສູງຕໍ່ຜົນສໍາເລັດໃນການພົວພັນຮ່ວມມືກັບພາຍນອກໃນໄລຍະຜ່ານມາ, ເຊິ່ງສະແດງອອກໃນບົດບາດຄວາມເປັນແກນກາງ ແລະ ບົດບາດຄວາມເປັນຜູ້ນໍາພາ ກໍຄືຫຼັກການຄວາມເປັນເອກະສັນຂອງອາຊຽນ, ອັນໄດ້ເຮັດໃຫ້ບັນດາປະເທດນອກພາກພື້ນ ສະແດງຄວາມສົນໃຈເຂົ້າເປັນຄູ່ຮ່ວມມືກັບອາຊຽນ ແລະ ເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ ນັບມື້ນັບເພີ່ມຂຶ້ນ; ພິເສດ, ແມ່ນການສະເໜີຂໍເຂົ້າເປັນຄູ່ເຈລະຈາອາຊຽນຂອງອັງກິດ, ເຊິ່ງທັງໝົດນີ້ເປັນການປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ໃນໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ມີຄໍາເຫັນຕໍ່ທີ່ປະຊຸມ ໂດຍໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງອາຊຽນ ໃນໄລຍະຜ່ານມາ, ພ້ອມທັງຊຸກຍູ້ໃຫ້ຂະແໜງການກ່ຽວຂ້ອງຂອງອາຊຽນ ສືບຕໍ່ເລັ່ງລັດການຟື້ນຟູບັນດາຂົງເຂດທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ເປັນຕົ້ນ: ການຈັດຕັ້ງປະຕິບັດແຜນຟື້ນຟູຮອບດ້ານອາຊຽນ ໃຫ້ເປັນຮູບປະທໍາ,​ ການສ້າງຊ່ອງທາງເດີນພິເສດອາຊຽນ,​ ການຫັນເປັນເສດຖະກິດດີຈິຕອນ, ໂດຍສະເພາະສະໜັບສະໜູນຈຸລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອໃຫ້ສາມາດດໍາເນີນທຸລະກິດທາງເອເລັກໂຕນິກ, ການເຊື່ອມຈອດອາຊຽນ, ການຮັດແຄບຄວາມແຕກໂຕນພາຍໃນອາຊຽນ, ການພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນາແບບຍືນຍົງ.

ຂ່າວ: ກົມຂ່າວກະຊວງການຕ່າງປະເທດ

Related Articles

Leave a Reply