ທ່ານ ນາງ ໃບຄຳ ຂັດທິຍະ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມບັນດາໂຮງຈັກໂຮງງານ ລະຫວ່າງວັນທີ 19-20 ເມສາ 2021 ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ໂດຍເນັ້ນໃສ່ຢ້ຽມຢາມໂຮງງານຕັດຫຍິບ ໃນນັ້ນມີ ບໍລິສັດໂຮຢາ ຈຳກັດ, ບໍລິສັດລາວຄວາລາຕີ (ວິກຜົມ) ຈຳກັດ, ໂຮງງານຕັດຫຍິບ ທຣີໂອລາວ ເອັກສປອດ ຈຳກັດ, ໂຮງງານຕັດຫຍິບ ຕຣີມາກສ໌ ຈຳກັດ, ເພື່ອເປັນຂວັນກຳລັງໃຈ ໃຫ້ກັບກຳມະກອນ ຊາວຜູ້ອອກແຮງງານ ເນື່ອງໃນໂອກາດວັນກຳມະກອນສາກົນທີ່ໄດ້ຈະໝູູນວຽນມາອີກ ຄົບຮອບ 135 ປີ ( 1 ພຶດສະພາ 1886-1 ພຶດສະພາ 2021).
ຈຸດປະສົງຂອງການລົງພົບປະຢ້ຽມຢາມບັນດາໂຮງງານໃນຄັ້ງນີ້ ເນັ້ນໃສ່ ເພື່ອຊຸກຍູ້, ຕິດຕາມການເຮັດວຽກຂອງບັນດາກຳມະກອນ ແລະ ການຈັດຕັ້ງປະຕິບັດບັນດາລະບຽບກົດໝາຍຕ່າງໆ ຂອງບໍລິສັດດັ່ງກ່າວ ໂດຍສະເພາະວຽກງານສະຫວັດດີການສັງຄົມ ຂອງຜູ້ປະກອບການ ທີ່ປະຕິບັດຕໍ່ກຳມະກອນ. ພ້ອມກັນນັ້ນ ກໍເພື່ອເປັນການໃຫ້ກຳລັງໃຈ ແກ່ບັນດາພະນັກງານ ແລະ ກຳມະກອນທີ່ເຮັດວຽກຢູ່ໃນໂຮງຈັກໂຮງງານດັ່ງກ່າວ ໄດ້ມີກຳລັງໃຈໃນການເຮັດວຽກ ແລະ ປະຕິບັດໜ້າທີ່ຂອງຕົນຢ່າງມີປະສິດທິພາບ ແລະ ປະສິດທິຜົນ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດສັງຄົມ ກໍຄືການພັດທະນາປະເທດຊາດ.
ໃນໂອກາດຢ້ຽມຢາມບັນດາໂຮງງານຄັ້ງນີ້ ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ກ່າວວ່າ: ຂ້າພະເຈົ້າ ຮຽກຮ້ອງມາຍັງນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ, ບັນດາຂະແໜງການທີ່ກ່ຽວຂ້ອງ ຈົ່ງພ້ອມກັນເອົາໃຈໃສ່ໃນການໂຄສະນາເຜີຍແຜ່ນິຕິກຳດ້ານແຮງງານ ເພື່ອໃຫ້ຜູ້ໃຊ້ແຮງງານ, ຜູ້ອອກແຮງງານ ແລະ ສັງຄົມ ຮັບຮູ້ສິດ ແລະ ພັນທະຂອງຕົນເອງ ເພື່ອຮູ້ປົກປ້ອງຕົນເອງຈາກການເຮັດວຽກ, ຮັກສາສະເຖຍລະພາບໃນການອອກແຮງງານ, ເຮັດວຽກໃຫ້ມີປະສິດທິພາບ, ຍົກສູງຜົນຜະລິດ, ເພີ່ມການສົ່ງອອກໃຫ້ໄດ້ຫຼາຍຂຶ້ນ ແລະ ເພື່ອຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.
ຂໍ້ມູນ: ຮສສ

