ລາຄານໍ້າມັນຈະປັບຂຶ້ນ ເລີ່ມມື້ອື່ນວັນທີ 16 ຕຸລາ 2020 ເວລາ 6 ໂມງ 00 ເປັນຕົ້ນໄປ, ຊຶ່ງ ລາຄານໍ້າມັນແອັດຊັງພິເສດ ຈະປັບຂຶ້ນ 60 ກີບ/ລິດ, ແອັດຊັງທໍາມະດາ ປັບຂຶ້ນ 60 ກີບ/ລິດ ແລະ ກາຊວນ ປັບຂຶ້ນ 40 ກີບ/ລິດ.
ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການມື້ເຊົ້ານີ້ວັນທີ 15 ຕຸລາ 2020 ເຖິງ ສະມາຄົມນ້ໍາມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນ້ໍາມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນ້ໍາມັນເຊື້ອໄຟ ກ່ຽວກັບການປັບຂຶ້ນລາຄາໃໝ່ດັ່ງກ່າວ. ໃນການປັບຂຶ້ນລາຄານໍ້າມັນ 2 ເທື່ອຫຼັງທີ່ຜ່ານມາ, ກະຊວງອຸດສາຫະກໍາ ແລະ ການຄ້າ ແມ່ນໄດ້ແຈ້ງປັບຂຶ້ນສະເພາະລາຄານໍ້າມັນແອດຊັງພິເສດ ແລະ ແອດຊັງທໍາມະດາເທົ່ານັ້ນ, ບໍ່ໄດ້ປັບຂຶ້ນລາຄານໍ້າມັນກາຊວນ ແຕ່ເທື່ອນີ້ຖືວ່າປັບຂຶ້ນລາຄານໍ້າມັນກາຊວນນໍາ.
ຂ່າວ: ວຽງຈັນທາຍ

