ຜູ້ຊົມໃຊ້ໄຟຟ້າຈະໄດ້ຈ່າຍຄ່າໄຟຟ້າເພີ່ມຂຶ້ນອີກ 2%, ນອກນັ້ນການຄິດໄລ່ລາຄາໄຟຟ້າໃຫ້ນໍາ ໃຊ້ມາດຖານຄິດໄລ່ຂອງປີ 2017-2019 ໝາຍຄວາມວ່າຈະເອົາມາດຖານການເກັບຄ່າໄຟຟ້າທີ່ກໍານົດໄວ້ຕາມລະບຽບໃນປີ 2017-2019 ກັບຄືນມານໍາໃຊ້ໂດຍຈະເລີ່ມປະຕິບັດນັບແຕ່ປີ 2021 ນີ້ເປັນຕົ້ນໄປ.
ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ໄດ້ອອກແຈ້ງການກຽ່ວກັບການຂຶ້ນລາຄາໄຟຟ້າດັ່ງກ່າວ ແລະ ມາດຖານເກັບເງິນດັ່ງກ່າວເມື່ອວັນທີ 4 ມີນາທີ່ຜ່ານມາ ຊຶ່ງການຈັດຕັ້ງປັບປ່ຽນການຄິດລາຄາຄ່າໄຟຟ້າໃໝ່ນີ້ແມ່ນໃຫ້ລັດວິສາຫະກິດໄຟຟ້າລາວ ໃນການປະຕິບັດ.
ສ່ວນລາຍລະອຽດຕ່າງໆລະບຸໄວ້ຕາມການແຈ້ງການດັ່ງລຸ່ມນີ້:

