ລັດຫ້າມຮັບເອົາລັດຖະກອນໃໝ່ໂດຍບໍ່ໄດ້ຜ່ານການສອບເສັງ

ລັດຫ້າມຮັບເອົາລັດຖະກອນໃໝ່ໂດຍບໍ່ໄດ້ຜ່ານການສອບເສັງ

ລັດຖະບານແຫ່ງສປປ ລາວ ເລັ່ງແກ້ໄຂບັນຫາເລື່ອງ ພະນັກງານເຫຼືອບໍ່ພໍ (ໝາຍຄວາມວ່າມີພະນັກງານ ຫຼາຍ ແຕ່ບໍ່ມີຄຸນນະພາບ) ໂດຍເນັ້ນໃຫ້ກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນໃນການຮັບເອົາພະນັກງານ ເຂົ້າເປັນລັດຖະກອນໃໝ່ນັ້ນ ແມ່ນຫ້າມເດັດຂາດບໍ່ໃຫ້ເອົາອາສາສະໝັກເຂົ້າເປັນລັດຖະກອນ ຫຼື ເຂົ້າເປັນພະນັກງານລັດໂດຍບໍ່ໄດ້ຜ່ານການສອບເສັງຄັດເລືອກບົນພື້ນຖານຕໍາແໜ່ງງານວ່າງ ແລະ ວິຊາສະເພາະທີ່ຕ້ອງການໃນກົງຈັກການຈັດຕັ້ງ ແລະ ໃຫ້ບັນຈຸເຂົ້າໃສ່ໃນເຂດຫ່າງໄກສອກຫຼີກ, ນອກຈາກນີ້ຫ້າມຮັບເອົາພະນັກງານຕາມສັນຍາ ຕື່ມ.

ສະເພາະຕົວເລກລັດຖະກອນໃໝ່ສໍາລັບປີ 2021, ນາຍົກລັດຖະມົນຕີໄດ້ອອກຂໍ້ຕົກລົງເມື່ອບໍ່ດົນມາ ນີ້, ເຫັນວ່າຕົວເລກຮັບລັດຖະກອນໃໝ່ ປີ 2021 ນີ້ໄດ້ຫຼຸດລົງຖ້າທຽບກັບທຸກໆປີທີ່ຜ່ານມາ ຊຶ່ງມີຈໍານວນ 1.600 ຄົນ ໂດຍທີ່ກະຊວງສຶກສາ ແລະ ກິລາໄດ້ຮັບຕົວເລກລັດຖະກອນໃໝ່ຫຼາຍ ທີ່ສຸດຄື 530 ຄົນ, ຮອງລົງມາແມ່ນ ກະຊວງສາທາ ລະນະສຸກ ມີ 301 ຄົນ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply