ລັດຖະບານ ສປປ ລາວ ອະນຸຍາດເມື່ອບໍ່ດົນມານີ້ກ່ຽວກັບການເປີດດ່ານປະເພນີບາງດ່ານທີ່ຈໍາເປັນໃນການສົ່ງອອກ ແລະ ນໍາເຂົ້າສິນຄ້າ ເພື່ອເປັນການສົ່ງເສີມເສດຖະກິດພາຍໃນ ແລະ ທັງເປັນການສ້າງລາຍຮັບໃຫ້ແກ່ປະເທດ ໃນໄລຍະທີ່ ໄດ້ຮັບຜົນກະທົບຈາກພະຍາດໂຄວິດ -19.
ດ່ານທີ່ອະນຸຍາດໃຫ້ເປີດປະກອບມີ: ດ່ານປະເພນີ ໜອງມ້າ ເມືອງບົວລະພາ ແຂວງຄໍາມ່ວນ, ດ່ານບ້ານວັງ ເມືອງມື່ນ ແຂວງວຽງຈັນ, ດ່ານປະເພນີທ່າສະອາດ ເມືອງປາກກະດິງ ແຂວງບໍລິຄໍາໄຊ, ດ່ານທ້ອງຖິ່ນປາງໄຮ ເມືອງສິງ ແຂວງຫຼວງນໍ້າທາ.
ເຖິງແມ່ນວ່າລັດຖະບານລາວຈະອະນຸຍາດໃຫ້ເປີດບັນດາດ່ານດັ່ງທີ່ກ່າວມາ ແລະ ຍັງມີບັນດາດ່ານສາກົນ ທີ່ຍັງສືບຕໍ່ເປີດຢ່າງປົກກະຕິ ແຕ່ລັດຖະບານກໍຍັງໄດ້ເຂັ້ມງວດໃນການປ້ອງກັນພະຍາດໂຄວິດ-19 ຍ້ອນວ່າຍັງມີການລະບາດຂອງພະຍາດດັ່ງກ່າວນີ້ຢູ່ບັນດາປະເທດຕ່າງໆ ໂດຍທຸກຄົນເຂົ້າມາ ສປປ ລາວຕ້ອງມີໃບກວດພະຍາດໂຄວິດ-19 ຈາກປະເທດທີ່ມາ, ມີການສອບປະຫວັດ ແລະ ກັກບໍລີິເວນ 14 ວັນ. ສະເພາະຜູ້ຕິດເຊື້ອໂຄວິດ-19 ຢູ່ລາວມີຜູ້ຕິດເຊື້ອສະສົມ 24 ຄົນ, ໃນນັ້ນປິ່ນປົວຫາຍດີແລ້ວ 22 ຄົນ ຍັງສືບຕໍ່ປິ່ນປົວຢູ່ໂຮງໝໍມິດຕະພາບ 2 ຄົນ.
ຮອດປັດຈຸບັນທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍກວ່າ 42 ລ້ານຄົນ ແລະ ມີຜູ້ເສຍຊີວິດຫຼາຍກວ່າ 1 ລ້ານຄົນແລ້ວ.
ຂ່າວ: ວຽງຈັນທາຍ
ພາບປະກອບ

