ລັດເພີ່ມມາດຕະການຕ້ານໂຄວິດ-19 ຫຼັງພົບບັນດາປະເທດອ້ອມຂ້າງ ແລະ ໃນໂລກຍັງມີການແຜ່ລະບາດຂອງພະຍາດນີ້ຢ່າງຕໍ່ເນື່ອງ

ລັດເພີ່ມມາດຕະການຕ້ານໂຄວິດ-19 ຫຼັງພົບບັນດາປະເທດອ້ອມຂ້າງ ແລະ ໃນໂລກຍັງມີການແຜ່ລະບາດຂອງພະຍາດນີ້ຢ່າງຕໍ່ເນື່ອງ

ລັດຖະບານລາວໄດ້ແຈ້ງການໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ​ COVID-19 ແລະພາກສ່ວນທີ່ກ່ຽວຂ້ອງໃຫ້ເພີ່ມມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ເຂັ້ມງວດຂຶ້ນກວ່າເກົ່າ ເພື່ອບໍ່ໃຫ້ເກີດຂຶ້ນມາຮອບທີ 2 ຫຼັງພົບບາງປະເທດມີການແຜ່ລະບາດຄື່ນໃໝ່. ການແຈ້ງການດັ່ງກ່າວແມ່ນໃຫ້ເຂັ້ມງວດຂຶ້ນກວ່າເກົ່າໃນການເຝົ້າລະວັງຄົນເຂົ້າ-ອອກເມືອງ ແລະ ເຄື່ອນໄຫວຕິດຕາມກວດກາ  ຮ້ານບັນເທິງ, ຮ້ານຄາຣາໂອເກະ ແລະ ຮ້ານເກມ ທີ່ລັດຖະບານໄດ້ສັ່ງປິດຊົ່ວຄາວ.
ສະເພາະການເຝົ້າລະວັງພະຍາດດັ່ງກ່າວໃນວັນທີ 8 ສິງຫາ 2020, ທົ່ວປະເທດມີຜູ້ເດີນທາງເຂົ້າມາສປປ ລາວ ມີທັງໝົດ 2,078 ຄົນໃນວັນທີ 08 ສິງຫາ 2020 ການຕິດຕາມຜູ້ ເດີນທາງຈາກຈຸດຜ່ານແດນຕ່າງໆ ທຸກຄົນ ແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກ​ໆຄົນມາກວດ (ຍົກ​ເວັ້ນແຕ່​ຜູ້​ຂັບ​ລົດ​ຂົນ​ສົ່ງ ​ແລະ ​ຜູ້​ຕິດ​ຕາມ​) ແລ້ວຈຶ່ງນຳສົ່ງໄປ​ຫາສະຖານທີ່ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.
 ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດໃນວັນທີ 08 ສິງຫາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 376 ຄົນ, ໃນນັ້ນ ແຮງງານລາວມາແຕ່ໄທ 205 ຄົນ, ແຮງງານຫວຽດນາມ 13  ຄົນ, ແຮງງານຈີນ 155 ຄົນ, ບຸກຄົນທົ່ວໄປທີ່ມີອາການ 02 ຄົນ, ບຸກຄົນທົ່ວໄປທີ່ບໍ່ມີອາການ 01 ຄົນ, ຜົນກວດທັງໝົດແມ່ນບໍ່ພົບເຊື້ອ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply