ໃນ 6 ເດືອນທ້າຍປີ 2020 ນີ້, ລັດຖະບານ ແນໃສ່ເພີ່ມທະວີການຈັດເກັບລາຍຮັບ ແລະ ປະຢັດລາຍຈ່າຍ, ລະດົມທຶນຈາກພາຍໃນ ແລະ ຕ່າງປະເທດ ເພື່ອມາດຸ່ນດ່ຽງງົບປະມານ ແລະ ການປະຕິບັດພັນທະຊໍາລະໜີ້ເງິນກູ້ຢືມພາຍໃນ ແລະ ຕ່າງປະເທດ.
ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນຊີ້ແຈງກ່ຽວກັບມາດຕະການຈັດເກັບລາຍຮັບ ແລະ ປະຢັດລາຍຈ່າຍ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII, ພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໃນອາທິດຜ່ານມາວ່າ: ການເພີ່ມທະວີການຈັດເກັບລາຍຮັບ ໄດ້ມີນະໂຍບາຍ ແລະ ມາດຕະການ ໂດຍມີບາງຕອນຄື: ສຸມໃສ່ຄົ້ນຄວ້າ ແລະ ຂຸດຄົ້ນແຫຼ່ງລາຍຮັບທີ່ຍັງບົ່ມຊ້ອນ ເພື່ອທົດແທນແຫຼ່ງລາຍຮັບທີ່ສູນເສຍໄປ, ສືບຕໍ່ເລັ່ງ ຂະຫຍາຍການຄຸ້ມຄອງຈັດເກັບລາຍຮັບ ຜ່ານລະບົບຄຸ້ມຄອງທີ່ທັນສະໄໝ ໃຫ້ກວ້າງຂວາງກວ່າເກົ່າ ເພື່ອຍົກສູງປະສິດທິພາບໃນການຈັດເກັບ ທັງເປັນການສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ຜູ້ປະກອບການໃນການມອບພັນທະໃຫ້ຫຼາຍຂຶ້ນ, ພ້ອມນັ້ນ ຕ້ອງໄດ້ເອົາໃຈໃສ່ຄຸ້ມຄອງຖານລາຍຮັບທີ່ມີແລ້ວ ໂດຍສຸມໃສ່ຫົວໜ່ວຍທຸລະກິດທີ່ສາມາດສ້າງລາຍຮັບໄດ້ດີ ແລະ ບໍ່ໄດ້ຮັບຜົນ ກະທົບຈາກການແຜ່ລະບາດຂອງພະຍາດ Covid-19 ໃນໄລຍະດໍາເນີນມາດຕະການ ຕາມຄໍາສັ່ງເລກທີ 06/ນຍ ເພື່ອໃຫ້ມອບລາຍຮັບເຂົ້າງົບປະມານຢ່າງຄົບຖ້ວນ.
ພ້ອມທັງ ສືບຕໍ່ກໍານົດຖານຂໍ້ມູນລາຄາແຈ້ງພາສີຂອງສິນຄ້າທີ່ມີຄວາມສ່ຽງ ເພື່ອໃຫ້ນໍາໃຊ້ເປັນເອກະພາບໃນຂອບເຂດທົ່ວ ປະເທດ ໂດຍນໍາໃຊ້ເຄື່ອງມືໃນການຄຸ້ມຄອງ ແລະ ກວດສອບລາຄາແຈ້ງພາສີ ພ້ອມທັງ ເພີ່ມທະວີວຽກງານ ກວດສອບຄືນການແຈ້ງພາສີ ໂດຍສຸມໃສ່ບັນດາບໍລິສັດ ແລະ ໝວດສິນຄ້າ ທີ່ມີຄວາມສ່ຽງໃນການລັກລອບ, ໂດຍສະເພາະນໍ້າມັນເຊື້ອໄຟ, ສິນຄ້າອຸປະໂພກບໍລິໂພກ ແລະ ເຄື່ອງໃຊ້ໄຟຟ້າ; ສືບຕໍ່ລະດົມທຶນຈາກຕ່າງປະເທດ ທີ່ເປັນໄປໄດ້ ເພື່ອຮັບປະກັນການຊໍາລະໜີ້ສິນຕ່າງປະເທດ ເພື່ອບໍ່ໃຫ້ຜິດ ສັນຍາທີ່ໄດ້ເຊັນກັບເຈົ້າໜີ້, ສຸມໃສ່ການລະດົມແຫຼ່ງທຶນພາຍໃນດ້ວຍຫຼາຍຮູບການ ເພື່ອໃຫ້ມີແຫຼ່ງທຶນຮັບປະກັນສາມາດຕອບສະໜອງແຜນລາຍຈ່າຍງົບປະມານ ແລະ ອື່ນໆ
ທ່ານຮອງນາຍົກລັດຖະມົນຕີ ໄດ້ກ່າວອີກ ກ່ຽວກັບນະໂຍບາຍ ແລະ ມາດຕະການໃນການຈໍາກັດ ແລະ ປະຢັດລາຍຈ່າຍ ມີບາງຕອນວ່າ: ຄົ້ນຄວ້າຫຼຸດລາຍຈ່າຍບໍລິຫານປົກກະຕິ, ລາຍຈ່າຍດັດສົມສົ່ງເສີມ ແລະ ລາຍຈ່າຍລົງທຶນພາຍໃນ ຂອງຂະແໜງ ການຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອຫຼຸດຜ່ອນການຂາດດຸນງົບປະມານ, ຄົ້ນຄວ້າກົນໄກການຄຸ້ມຄອງການເບີກຈ່າຍ ບໍລິຫານ ເພື່ອໃຫ້ກົງຈັກການຈັດຕັ້ງພັກ–ລັດ ສາມາດເຄື່ອນໄຫວໄດ້ເປັນປົກກະຕິ ໄປຄຽງຄູ່ກັບການເບີກຈ່າຍເງິນລົງທຶນຂອງລັດ ໃນລະດັບໃດໜຶ່ງ ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງທາງດ້ານການເງິນຂອງຫົວໜ່ວຍທຸລະກິດ ທັງເປັນການກະຕຸ້ນໃຫ້ເສດຖະກິດມີທ່ວງທ່າດີຂຶ້ນ; ເພີ່ມທະວີການປະຕິບັດນະໂຍບາຍປະຢັດລາຍຈ່າຍງົບປະມານ ເປັນຕົ້ນແມ່ນ ການກວດກາຫຼັງຈ່າຍງົບປະມານ, ການກວດກາຍອດເຫຼືອສົ່ງຄືນ, ການແກ້ໄຂຜົນການກວດສອບ ແລະ ອື່ນໆ.
ຂ່າວ: ວຽງຈັນທາຍ

