ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ໃຫ້ຮູ້ວ່າ: ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ໃຫ້ທຶນ 800 ລ້ານກີບ ເມື່ອບໍ່ດົນມານີ້ ໃຫ້ ກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ກົມສິ່ງແວດລ້ອມ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອໄປສຸມໃສ່ໂຄງການແກ້ໄຂບັນຫາ ຂໍ້ຂັດແຍ່ງ ລະຫວ່າງຄົນກັບຊ້າງ ແລະ ໂຄງການສົ່ງເສີມ ການສ້າງສວນພຶກສາສາດ.
ໂຄງການແກ້ໄຂບັນຫາຂໍ້ຂັດແຍ່ງລະຫວ່າງຄົນກັບຊ້າງປ່າແມ່ນຈະໃຊ້ງົບປະມານ 700 ລ້ານກີບ, ພື້ນທີ່ຂອງໂຄງການນີ້ແມ່ນຈະຈັດຕັ້ງປະຕິບັດຢູ່ເມືອງເຟືອງ ແຂວງວຽງຈັນ ແລະ ຢູ່ ເມືອງຫຼາ ແລະ ເມືອງ ໝໍ້ ຂອງ ແຂວງອຸດົມໄຊ ຂອງພະແນກຄຸ້ມຄອງສັດນ້ໍາ ແລະ ສັດປ່າ ກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ໃນການແກ້ໄຂບັນຫາຂໍ້ຂັດແຍ່ງລະຫ່ວາງຄົນກັບຊ້າງປ່າ ໂດຍໃຫ້ປະຊາຊົນເປັນເຈົ້າການໃນການການຄຸ້ມຄອງ ປົກປັກຮັກສາຊັບພະຍາກອນທໍາມະຊາດ ໂດຍສະເພາະແມ່ນຊ້າງປ່າໃຫ້ມີຄວາມຍືນຍົງ ແລະ ໄລຍະເວລາຂອງໂຄງການນີ້ແມ່ນ 2 ປີ.
ໂຄງການສົ່ງເສີມ ແລະ ສະໜັບສະໜູນໃນການສ້າງສວນພຶກສາສາດ ແມ່ນຈະໃຊ້ງົບປະມານ 100 ລ້ານກີບ ໂດຍເອົາໂຮງຮຽນມັດທະຍົມສົມບູນ ບ້ານນາຊອນ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ເປັນການສ້າງສວນພຶກສາສາດ, ຮັບຜິດຊອບໂຄງການໂດຍກົມສິ່ງແວດລ້ອມ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຈຸດປະສົງເພື່ອສົ່ງເສີມ ແລະ ສະໜັບສະໜູນໃນການສ້າງສວນພຶກສາສາດ ເພື່ອໃຫ້ມີຄວາມຍືນຍົງທາງດ້ານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກິດຈະກຳມີຕິດຕັ້ງລະບົບໄຟຟ້າ, ຕິດຕັ້ງລະບົບນ້ໍາປະປາ ແລະ ຕິດຕາມກິດຈະກໍາການປູກພືດໃນສວນພຶກສາສາດ ໂດຍມີໄລຍະເວລາໃນການຈັດຕັ້ງປະຕິບັດ 1 ປີ.
ຂ່າວ: ວຽງຈັນທາຍ
ພາບປະກອບ

