ລາຄານໍ້າມັນແອັດຊັງພິເສດຈະປັບຂຶ້ນ 96 ກີບ/ລິດ, ທໍາມະດາ 80 ກີບ ແລະ ກາຊວນ 65 ກີບເລີ່ມມື້ອື່ນ

ລາຄານໍ້າມັນແອັດຊັງພິເສດຈະປັບຂຶ້ນ 96 ກີບ/ລິດ, ທໍາມະດາ 80 ກີບ ແລະ ກາຊວນ 65 ກີບເລີ່ມມື້ອື່ນ

ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າໄດ້ອອກແຈ້ງການເມື່ອວັນທີ 22 ເມສາ 2021 ນີ້ເຖິງສະມາຄົມເຊື້ອໄຟ ແລະ ອາຍແກ໊ດ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ ໃຫ້ເລີ່ມ ປັບລາ ຄານໍ້າມັນເຊື້ອໄຟທຸກປະເພດຂຶ້ນເລີ່ມມື້ອື່ນວັນທີ 23 ເມສາ 2021 ເລີ່ມແຕ່ເວລາ 6 ໂມງ 00 ເປັນຕົ້ນໄປ.

ການປັບຂຶ້ນລາຄານໍ້າມັນເຊື້ອໄຟໃໝ່ນີ້ສະເພາະຢູ່ນະຄອນຫຼວງວຽງຈັນ ລາຄານໍ້າມັນແອັດຊັງພິເສດຈະປັບຂຶ້ນຈາກ 10.970 ກີບ/ລິດ ຂຶ້ນເປັນ 11.066 ກີບ/ລິດ, ແອັດຊັງທໍາມະດາ ຈາກ 9.950 ກີບ/ລິດ ຈະປັບຂຶ້ນເປັນ 10.030 ກີບ/ລິດ ແລະ ກາຊວນຈາກ 8.480 ກີບ/ລິດ ຈະປັບຂຶ້ນເປັນ 8.545 ກີບ/ລິດ.

Related Articles

Leave a Reply