ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມອີກ 2 ຄົນ (ເຊິ່ງຕິດເຊື້ອພະຍາດດັ່ງກ່າວເປັນຜູ້ທີ 50 ແລະ 51) ເມື່ອວັນທີ 10 ເມສາ 2021 ທີ່ຜ່ານມາເປັນຄົນສັນຊາດໄທ ແລະ ລາວ ແລະ ທັງສອງຄົນໄດ້ຖືກນໍາສົ່ງໄປປິ່ນປົວຢູ່ໂຮງໝໍມິດ ຕະພາບແລ້ວ.
ຄະນະສະເພາະກິດຄວບຄຸມ, ປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19, ຕາງໜ້າໂດຍທ່ານ ດຣ ພອນປະດິດ ສັງໄຊຍະລາດ ໄດ້ຖະແຫຼງຂ່າວກ່ຽວກັບຜູ້ຕິດເຊື້ອພະຍາດດັ່ງກ່າວເມື່ອວັນທີ 11 ເມສາ 2021 ນີ້ ຊຶ່ງທ່ານໄດ້ລາຍງານວ່າ: 2 ຄົນທີ່ຕິດເຊື້ອພະຍາດໂຄວິດ-19 ດັ່ງກ່າວນັ້ນແມ່ນກວດພົບເຊື້ອໃນວັນທີ 10 ເມສາ 2021, ຜູ້ທີໜຶ່ງເປັນເພດຊາຍ ອາຍຸ 41 ປີ ສັນຊາດໄທ, ອາຊີບນັກທຸລະກິດ ປະຈຸບັນນີ້ອາໄສຢູ່ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຜູ້ກ່ຽວບໍ່ໄດ້ໄປໃສ ຢູ່ ສປປ ລາວເປັນເວລາ 1ປີແລ້ວ ແຕ່ 1 ອາທິດກ່ອນກວດພົບເຊື້ອຜູ້ກ່ຽວໄດ້ໄປສໍາພັດກັບຄົນໄທທີ່ລັກລອບເຂົ້າມາລາວແບບຜິດກົດໝາຍ ແລະ 1 ອາທິດຕໍ່ມາຜູ້ກ່ຽວຮູ້ສຶກມີອາການໄຂ້, ໄອ, ໂຕຮ້ອນ, ປວດຕົນໂຕ ແລະ ເຈັບຄໍ, ມື້ວັນທີ 10 ເມສາ 2021 ທີ່ຜ່ານມາ ຜູ້ກ່ຽວໄດ້ໄປກວດຢູ່ໂຮງໝໍມິດຕະພາບ, ຜົນກວດອອກມາຕິດເຊື້ອພະຍາດໂຄວິດ-19, ມີຜູ້ສໍາພັດໃກ້ຊິດກັບຜູ້ກ່ຽວ 10 ຄົນ ແລະ ໄດ້ເກັບຕົວຢ່າງມາກວດ ແລະ ຈຳກັດບໍລິເວນແລ້ວ, ຜູ້ທີ 2 ເປັນເພດຊາຍອາຍຸ 41 ປີ ສັນຊາດລາວ ເປັນພະນັກງານເດີນທາງມາແຕ່ປະເທດມົງໂກນ ຊຶ່ງເດີນທາງມາຮອດສະໜາມບິນສາກົນວັດໄຕ ໃນວັນທີ 9 ເມສາ 2021 ແລະ ວັນທີ 10 ຜົນກວດຢັ້ງຢືນວ່າຜູ້ກ່ຽວຕິດເຊື້ອພະຍາດໂຄວິດ-19 ມີຜູ້ສໍາພັດໃກ້ຊິດກັບຜູ້ກ່ຽວ 31 ຄົນແຕ່ກວດຫາເຊື້ອແມ່ນບໍ່ພົບເຊື້ອ ແຕ່ຍັງຖືກຈຳກັດບໍລິເວນ.

