ເມື່ອມໍ່ດົນມານີ້, ເຈົ້າໜ້າທີ່ກົມຕຳຫຼວດສືບສວນ – ສອບສວນ ກົມໃຫຍ່ຕຳຫຼວດ ກະຊວງ ປ້ອງກັນຄວາມສະຫງົບໄດ້ກັກຕົວເປົ້າໜາຍກຸ່ມແກ້ງສໍ້ໂກງທາງອອນລາຍ ຫຼື ສະແກມເມີ ຈຳນວນ 10 ຄົນ (ຍິງ 5 ຄົນ) ເປັນຄົນສັນຊາດລາວ ຢູ່ບ້ານ ສະພັງໜໍ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແລະ ພົບເຫັນເຄື່ອງຂອງກາງ ມີຄອມພິວເຕີໂນດບຸກ ຈຳນວນ 13 ໜ່ວຍ, ໂທລະສັບມືຖື ຈຳນວນ 21 ໜ່ວຍ, ຊິມໂທລະສັບ ຈຳນວນ 11 ຊິມ, ແອກາດ ຈຳນວນ 6 ອັນ, ກ່ອງໄວຟາຍ ຈຳນວນ 4 ອັນ ແລະ ອື່ນໆ.
ກ່ອນຈັກກັກຕົວກຸ່ມແກ້ງດັ່ງກ່າວ, ເຈົ້າໜ້າທີ່ໄດ້ຮັບລາຍງານຈາກພົນລະເມືອງດີວ່າມີກຸ່ມແກ້ງສໍ້ໂກງຊັບທາງອອນລາຍ (Call Center) ໄດ້ເຊົ່າເຮືອນວິນລາຊັ້ນດຽວຢູ່ບ້ານ ສະພັງໜໍ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງໃຊ້ເປັນສະຖານທີ່ສໍ້ໂກງຊັບທາງອອນລາຍ, ຈາກນັ້ນ; ເຈົ້າໜ້າທີ່ກົມຕຳຫຼວດສືບສວນ – ສອບສວນ ໄດ້ລົງສົມທົບກັບ ປກສ ກຸ່ມ 3 ສີສັງວອນ ແລະ ອົງການປົກຄອງບ້ານ ສະພັງໜໍ້ ເພື່ອເຂົ້າໄປກວດຄົ້ນເຮືອນດັ່ງກ່າວ ຈຶ່ງກັກຕົວພວກກຽ່ວ ແລະ ຢຶດຂອງກາງດັ່ງກ່າວ.
ຜ່ານການສືບສວນ – ສອບສວນຂອງເຈົ້າໜ້າທີ່ພວກກ່ຽວຮັບສາລະພາບວ່າ: ຮູບແບບ ແລະ ວິທີການຂອງພວກກ່ຽວແມ່ນນຳໃຊ້ແອັບລາຍ ( Line ) ແລະ ແອັບເຟສບຸກ (Facebook) ສະໜັກຫຼາຍບັນຊີ, ແລ້ວໄດ້ນຳເອົາຮູບພາບບ່າວ-ສາວໜ້າຕາດີ ທີ່ເອົາມາຈາກອອນລາຍເພື່ອມາໃສ່ເປັນໂປຼຟາຍຂອງແຕ່ລະບັນຊີຂອງແຕ່ລະແອັບ ເພື່ອໃຊ້ເປັນເຄື່ອງມືແຊັດໄປຫາຜູ້ເສຍຫາຍ ເພື່ອສ້າງຄວາມສະໜິດ (ຕົວະໃຫ້ຫຼົງຮັກ) ແລ້ວພວກກ່ຽວໄດ້ຊັກຊວນເອົາຜູ້ຖືກເສຍຫາຍໂອນເງິນລົງທຶນຊື້ສິນຄ້າຢູ່ໃນເວັບໄຊ Cdiscout ໂດຍສະເໜີວ່າຈະໃຫ້ດອກເບ້ຍ 20% ຫຼັງຈາກມີຜູ້ເສຍຫາຍຫຼົງເຊື່ອ ພວກກ່ຽວຈະຊອກບັນຊີເງິນຝາກຂອງບຸກຄົນທີ່ຊື້ – ຂາຍຫຼຽນ USDT ຢູ່ແອັບໄບແນ້ນ ( Binace ) ເພື່ອໃຫ້ຜູ້ຖືກເສຍຫາຍໂອນເງິນເຂົ້າ ແລ້ວຖອນເງິນສົດມາໃຫ້ພວກກ່ຽວ.
ທີ່ມາແຫຼ່ງຂໍ້ມູນຂ່າວ: ກົມໃຫຍ່ຕໍາຫຼວດ

