ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ-19 ໂດຍຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນລາວ ໃນຕອນເຊົ້າວັນທີ 7 ທັນວາ 2020 ນີ້ວ່າ: ລາວ ພົບຜຸ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມອີກ 2 ກໍລະນີ ຫຼື ກໍລະນີ ທີ 40 ແລະ 41 ໃນມື້ວັນທີ 6 ທັນວາ 2020 ຜ່ານມາ, ພາຍຫຼັງທີ່ໄດ້ເດີນທາງມາແຕ່ປະເທດຣັດເຊຍໃນໄລຍະທີ່ຜ່ານມາ ໂດຍກວດພົບເຊື້ອໃນເວລາຖືກກັກບໍລິເວນ.
ກໍລະນີທີ 40 ແມ່ນເພດຊາຍ ອາຍຸ 65 ປີ ສັນຊາດ ຣັດເຊຍ ອາຊິບ ນັກບິນ ໄດ້ຖືກຈຳກັດບໍລິເວນຢູ່ໂຮງແຮມແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ.
ກໍລະນີທີ 41 ເປັນເພດຍິງ ອາຍຸ 19 ປີ ສັນຊາດ ລາວ ອາຊີບ ນັກສຶກສາຮຽນຢູ່ ຣັດເຊຍ ຖືກ ຈຳກັດບໍລິເວນຢູ່ສູນແຫ່ງໜື່ງໃນນະຄອນຫຼວງວຽງຈັນ.
ຜູ້ຕິດເຊື້ອໃໝ່ທັງສອງຄົນຖືກນໍາຕົວໄປປິ່ນປົວ ຢູ່ໂຮງໝໍມິດຕະພາບເປັນທີ່ຮຽບຮ້ອຍແລ້ວ.
ມາຮອດປັດຈຸບັນ, ສປປ ລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລວມ 41 ຄົນ, ໃນນີ້ 26 ຄົນໄດ້ປິ່ນປົວຮັກສາຫາຍດີແລ້ວ ແລະ ອະນຸຍາດໃຫ້ກັບບ້ານໄດ້ແລ້ວ, ຍັງອີກ 15 ຄົນທີ່ຍັງນອນຮັກສາຕົວຢູ່ໂຮງໝໍມິດຕະພາບ.
ຂ່າວ: ວຽງຈັນທາຍ

