ລາວພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ 1 ຄົນ

ລາວພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ 1 ຄົນ

ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນຕອນເຊົ້າຂອງວັນທີ 3 ກຸມພາ 2021 ນີ້ທີ່ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ສປປ ລາວ ພົບຜູ້ເຊື້ອພະຍາດໂຄວິດ-19  ເພີ່ມອີກ 1 ຄົນ ໃນວັນທີ 2 ກຸມພາ 2021 ທີ່ຜ່ານມາ ຊຶ່ງເປັນຄົນສັນຊາດລາວ ເພດຍິງ ອາຍຸ 20 ປີ ທີ່ໄປເຮັດວຽກ ຢູ່ປະເທດໄທ ອາຊີບ ແມ່ບ້ານ ຢູ່ແຂວງສະມຸດປາການ ປະເທດໄທ ໂດຍໄດ້ກັບມາປະເທດລາວຜ່ານດ່ານສາກົນວັງເຕົ່າ-ຊ່ອງເມັກແຂວງຈໍາປາສັກໃນວັນທີ 31 ມັງກອນ 2021 ທີ່ຜ່ານມາ. ຜູ້ກ່ຽວເປັນປະຊາຊົນທີ່ອາໄສຢູ່ເມືອງຊະນະສົມບູນ ແຂວງຈຳປາສັກ.

ສັງລວມແລ້ວ ລາວພົບຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມແລ້ວ 45 ຄົນ ໃນນີ້ 41 ຄົນໄດ້ປິ່ນປົວຫາຍດີ ແລະ ອອກຈາກໂຮງໝໍແລ້ວ ຊຶ່ງຜູ້ຕິດເຊື້ອທັງໝົດແມ່ນເດີນທາງມາແຕ່ຕ່າງປະເທດ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply