ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ COVID-19 ຕາງໜ້າໂດຍທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກໄດ້ຖະແຫຼງຂ່າວເມື່ອວັນທີ 25 ມັງກອນ 2021 ນີ້ວ່າ: ສປປ ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ ອີກ 1 ຄົນ ໃນວັນທີ 24 ມັງກອນ 2021 ທີ່ຜ່ານມາ ເປັນເພດຍິງ ອາຍຸ 29 ປີ ເປັນແຮງງານລາວ ທີ່ໄດ້ເດີນທາງມາຈາກ ປະເທດ ມາເລເຊຍ.
ສັງລວມແລ້ວ, ຮອດປັດຈຸບັນນີ້, ລາວມີຜູ້ຕິດເຊື້ອສະສົມຈາກພະຍາດໂຄວິດ-19 ລວມແລ້ວ 44 ຄົນ, ໃນນີ້ 41 ຄົນແມ່ນປິ່ນປົວຫາຍດີ ກັບບ້ານໄປແລ້ວ ຍັງມີພຽງ 3 ຄົນທີ່ພົບໃໝ່ໃນເດືອນມັງກອນນີ້ ທີ່ຍັງນອນປິ່ນປົວຢູ່ ຊຶ່ງ 44 ຄົນທີ່ຕິດເຊື້ອພະຍາດດັ່ງກ່າວແມ່ນເດີນທາງມາແຕ່ຕ່າງປະເທດທັງໝົດ ແລະ ຢູ່ໃນ 10 ປະເທດອາຊຽນ ຍັງມີພຽງແຕ່ ປະເທດລາວ ແລະ ກໍາປູເຈຍ ທີ່ບໍ່ມີຜູ້ເສຍຊີວິດຍ້ອນພະຍາດນີ້.
ຂ່າວ: ວຽງຈັນທາຍ

