ລາວມີຜູ້ຕິດເຊື້ອສະສົມຈາກພະຍາດໂຄວິດ-19 ແລ້ວ 1.072 ຄົນໃນທົ່ວປະເທດ

ລາວມີຜູ້ຕິດເຊື້ອສະສົມຈາກພະຍາດໂຄວິດ-19 ແລ້ວ 1.072 ຄົນໃນທົ່ວປະເທດ

ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19 ໄດ້ລາຍງານສະພາບການລະບາດຂອງພະຍາດ ໂຄວິດ-19 ຢູ່ໃນລາວ ແລະ ທົ່ວໂລກເມື່ອວັນທີ 5 ພຶດສະພາ 2021 ນີ້ໃຫ້ຮູ້ວ່າ: ສະເພາະການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນລາວຮອດວັນທີ 5 ພຶດສະພາ 2021 ນີ້ມີຜູ້ຕິດເຊື້ອສະສົມຈາກພະຍາດດັ່ງກ່າວນີ້ ແລ້ວ 1.072 ຄົນ ໃນນີ້ປິ່ນປົວຫາຍດີແລ້ວ 99 ຄົນ ແລະ ຍັງນອນປິ່ນປົວຢູ່ໂຮງໝໍຈໍານວນ 973 ຄົນ ຊຶ່ງຢູ່ນະຄອນຫຼວງວຽງຈັນ 586 ຄົນ (ພົບໃໝ່ມື້ວັນທີ 4 ພຶດສະພາ 19 ), ແຂວງຈຳປາສັກ 157 ຄົນ (ໃໝ່ 6), ສຳລັບຄົນເຈັບແຂວງເຊກອງ ແມ່ນນອນປິ່ນປົວຢູ່ແຂວງຈຳປາສັກ, ແຂວງບໍ່ແກ້ວ 133 ຄົນ (ໃໝ່ 15), ແຂວງສະຫວັນນະເຂດ 38 ຄົນ (ໃໝ່ 6) ແລະ ແຂວງຫຼວງພະບາງ 13 ຄົນ, ແຂວງວຽງຈັນ 14 ຄົນ,  ແຂວງສາລະວັນ 7 ຄົນ, ແຂວງຫຼວງນ້ຳທາ 6 ຄົນ,  ແຂວງອຸດົມໄຊ 8 ຄົນ, ແຂວງຜົ້ງສາລີ 3 ຄົນ,  ແຂວງໄຊຍະບູລີ 3 ຄົນ, ແຂວງບໍລິຄຳໄຊ 3 ຄົນ, ແຂວງຄຳມ່ວນ 1 ຄົນ ແລະ ແຂວງຊຽງຂວາງ 1 ຄົນ.

ທ່ານ ດຣ. ລັດສະໝີ ໃຫ້ຮູ້ຕື່ມວ່າ:  ​ພະ​ຍາດ ໂຄວິດ-19 ໃນທົ່ວໂລກຮອດປະຈຸບັນມີການລາຍງານຕົວເລກຜູ້ຕິດເຊື້ອສະສົມທັງໝົດ 154.944.819 ຄົນ, ເສຍຊິວິດສະສົມ 3.239.691 ຄົນ ແລະ ປີ່ນປົວຫາຍດີ 133.047.910 ຄົນ, ປະເທດອາເມຣິກາ ຍັງເປັນອັນດັບໜຶ່ງທີ່ມີຜູ້ຕິດເຊື້ອສະສົມເກືອບ 33 ລ້ານ ຄົນ ແລະ ເສຍຊີວິດສະສົມຫຼາຍກວ່າ 592.306 ຄົນ, ອັນດັບສອງ ແມ່ນປະເທດ ອິນເດຍ ມີຜູ້ຕິດເຊື້ອສະສົມ ເກືອບ 20 ລ້ານຄົນ ແລະ ເສຍຊີວິດສະສົມ 226.169 ຄົນ.

Related Articles

Leave a Reply