ທົ່ວປະເທດ ລາວ ມີເນື້ອທີ່ປູກກາເຟ ປະມານ 1 ແສນເຮັກຕາ ຊຶ່ງການປູກກາເຟສ່ວນຫຼາຍແມ່ນຢູ່ບັນດາແຂວງພາກກາງ ແລະ ພາກໃຕ້, ສ່ວນພາກເໜືອຂອງລາວ ແມ່ນມີໜ້ອຍຍ້ອນພື້ນທີ່ສ່ວນຫຼາຍເປັນພູສູງເປັນເຫວເລິກ ຊຶ່ງມີຄວາມຫຍຸ້ງຍາກໃນການສັບຊ່າວປູກກາເຟ ໂດຍສະເລ່ຍແລ້ວ ປະເທດລາວມີລາຍໄດ້ຈາກການສົ່ງອອກໝາກກາເຟ ແລະ ຈາກຜະລິດຕະພັນສໍາເລັດຮູບກາເຟປະມານ 100 ລ້ານໂດລາຕໍ່ປີ.
ປະທານສະພາການຄ້າ ແລະ ອຸດສາຫະກຳແຂວງຫຼວງພະບາງ ທ່ານ ບຸນທ່ຽງ ສຸລິວັນ ໄດ້ລາຍງານ ກ່ຽວກັບການປູກກາເຟຢູ່ລາວ ເນື່ອງໃນ ໂອກາດສະເຫຼີມສະຫຼອງງານກາເຟລາວ ເມື່ອບໍ່ດົນມານີ້ວ່າ: ສຳລັບປະເທດລາວ ໂດຍສະເພາະແມ່ນຢູ່ພາກໃຕ້ ເຂດພູພຽງບໍລະເວນ ການປູກກາເຟ ຖືວ່າໄດ້ຮັບການພັດທະນາທີ່ກ້າວໜ້າ ສາມາດຊ່ວຍເສີມສ້າງເສດຖະກິດ ແລະ ມີໂຄງສ້າງດ້ານການຈັດຕັ້ງການຜະລິດທຸລະກິດກາເຟ ຢ່າງກວ້າງຂວາງ, ສ່ວນຢູ່ພາກເໜືອ ເຫັນວ່າຍັງມີຫຼາຍຢ່າງເປັນສິ່ງທ້າທາຍ ເປັນຕົ້ນ ພື້ນຖານໂຄງລ່າງມີຄວາມສູງຊັນ, ເຫວເລິກ ບວກກັບຄວາມຮູ້ດ້ານວິຊາການ ດ້ານການພັດທະນາການປູກກາເຟ ຍັງມີຈຳກັດ, ແຕ່ຍັງມີກາລະໂອກາດ ແລະ ສິ່ງເອື້ອອຳນວຍທີ່ບົ່ມຊ້ອນຫຼາຍ ເຊັ່ນ: ດ້ານພະລັງງານການພັດທະນາ ບົນພື້ນຖານການພັດທະນາແບບຍືນຍົງ, ຍ້ອມມີຄວາມອຸດົມສົມບູນ ຊັບສົມບັດອັນລ້ຳຄ່າທາງດ້ານທຳມະຊາດ, ວັດທະນະທຳຮີດຄອງປະເພນີ ແລະ ປະຫວັດສາດ ອັນໄດ້ເຮັດໃຫ້ ພາກເໜືອ ມີການພັດທະນາດີຂຶ້ນ.
ທ່ານ ບຸນທ່ຽງ ໄດ້ກ່າວຕື່ມວ່າ: ການເຕີບໂຕທາງດ້ານເສດຖະກິດ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ປັດຈຸບັນ ກາເຟ ແມ່ນໜຶ່ງໃນບັນດາຜະລິດຕະພັນ ທີ່ມີຜູ້ບໍລິໂພກເພີ່ມຂຶ້ນຢູ່ໃນໂລກ ກໍຄືໃນລາວ, ກາເຟລາວ ໄດ້ຮັບການຊຸກຍູ້ສົ່ງເສີມດ້ວຍການປັບປຸງຜະລິດຕະພັນໃຫ້ຫຼາກຫຼາຍ ແລະ ໂຄສະນາຜະລິດຕະພັນໃຫ້ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ, ຈົນກາຍເປັນສິນຄ້າຖິ່ນກຳເນີດຂອງຊາດລາວ, ທັງເປັນທີ່ຍອມຮັບຈາກພາກພື້ນ ແລະ ສາກົນ.
ຂ່າວ-ພາບ: ແຫຼ ສຸລີນພອນ

