ລາວລົງນາມສັນຍາ ຄູ່ຮ່ວມເສດຖະກິດແບບຮອບດ້ານກັບ 14 ປະເທດ

ລາວລົງນາມສັນຍາ ຄູ່ຮ່ວມເສດຖະກິດແບບຮອບດ້ານກັບ 14 ປະເທດ

10 ປະເທດອາຊຽນ ແລະ 5 ປະເທດຄູ່ເຈລະຈາອາຊຽນທີ່ປະກອບມີ ປະເທດອົດສະຕຣາລີ, ສປ.ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ນິວຊີແລນ ລວມ 15 ປະເທດ ໄດ້ລົງນາມໃນສັນຍາຄູ່ຮ່ວມເສດຖະກິດແບບຮອບດ້ານລະດັບພາກພື້ນ ທີ່ກອງປະຊຸມສຸດຍອດ ບັນດາຜູ້ນໍາຂອງສັນຍາຄູ່ຮ່ວມເສດຖະກິດແບບຮອບດ້ານລະດັບພາກພື້ນ ຄັ້ງທີ 4 (ອາເຊັບ ຄັ້ງທີ 4) ແບບທາງໄກ ໃນວັນທີ 15 ພະຈິກ 2020 ທີ່ຜ່ານມາ ຢູ່ ຫໍປະຊຸມແຫ່ງຊາດ ຊຶ່ງຝ່າຍລາວ ນໍາໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພາຍໃຕ້ການເປັນປະທານຂອງ ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ.
ຕາງໜ້າລັດຖະບານລາວ ໃນການລົງນາມສັນ ຍາໃນຄັ້ງນີ້ ໂດຍ ລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ ຂອງ ສປປ ລາວ ທ່ານ ນາງ ເຂັມມະນີ ພົນເສນາ.

 ຂ່າວ – ພາບ: ສຸກສະຫວັນ

Related Articles

Leave a Reply