ກະຊວງການຕ່າງປະເທດໄດ້ເອົາທຸງຊາດລາວ ແລະ ທຸງອາຊຽນຂຶ້ນສູ່ຍອດເສົາ ມື້ເຊົ້ານີ້ ວັນທີ 4 ສິງຫາ 2020 ເພື່ອເປັນການສະເຫຼີມສະຫຼອງຄົບຮອບ 53 ປີ ຂອງການສ້າງຕັ້ງອາຊຽນ ໃນວັນທີ 8 ສິງຫາ 1967 – 8 ສິງຫາ 2020 ແລະ ຄົບຮອບ 23 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ໃນວັນທີ 23 ກໍລະກົດ 1997 – 23 ກໍລະກົດ 2020, ຊຶ່ງທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີຕ່າງປະເທດ ໄດ້ເປັນເປັນປະທານໃນພິທີດັ່ງກ່າວ.
ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ກ່າວເຖີງຜົນສຳເລັດຂອງອາຊຽນໃນໄລຍະ 53 ປີຜ່ານມາ ຊຶ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນ ໃນພາກພື້ນ ແລະ ໃນໂລກ.
ທ່ານ ລັດຖະມົນຕີ ໄດ້ກ່າວຕື່ມວ່າ: ບັນດາປະເທດອາຊຽນ ຖືວ່າເປັນອົງການຈັດຕັ້ງພາກພື້ນ ທີ່ມີການພົວພັນຮ່ວມມືລະຫວ່າງປະເທດສະມາຊິກອາຊຽນດ້ວຍກັນ ກໍ່ຄືກັບປະເທດຄູ່ຮ່ວມເຈລະຈາ ແລະ ຄູ່ຮ່ວມມືພາຍນອກອາຊຽນ ບົນພື້ນຖານຫຼັກການທີ່ກຳນົດໄວ້ໃນກົດບັດອາຊຽນ, ສົນທິ ສັນຍາໄມຕີຈິດ ແລະ ການຮ່ວມມື ແລະ ບັນດາກົນໄກຕ່າງໆທີ່ອາຊຽນເປັນຜູ້ສ້າງຂື້ນ ເຊັ່ນ: ຫຼັກການແຫ່ງການຢູ່ຮ່ວມກັນໂດຍສັນຕິ, ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ອື່ນໆ.
ຂ່າວ: ວຽງຈັນທາຍ

