ລາວ-ຍີ່ປຸ່ນ ຈະປັບປຸງສະໜາມບິນສາກົນວັດໄຕເພື່ອຄວາມຕ້ອງການໃນ 30 ປີຕໍ່ໜ້າ

ລາວ-ຍີ່ປຸ່ນ ຈະປັບປຸງສະໜາມບິນສາກົນວັດໄຕເພື່ອຄວາມຕ້ອງການໃນ 30 ປີຕໍ່ໜ້າ

ອົງການໄຈກາ ປະຈໍາລາວ ແລະ ກົມການບິນພົນລະເຮືອນ ເມື່ອບໍ່ດົນມານີ້ໄດ້ເຊັນບົດບັນທຶກເພື່ອຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອທາງດ້ານວິຊາການໃນການສືບຕໍ່ປັບປຸງສະໜາມບິນສາກົນວັດໄຕ.

ໂຄງການດັ່ງກ່າວ ຈະໄດ້ດໍາເນີນການສຶກສາດ້ານຄວາມຕ້ອງການໃນໄລຍະ 20-30 ປີຕໍ່ໜ້າ ໂດຍພິຈາລະນາຈາກຜົນກະທົບຂອງພະຍາດໂຄວິດ-19 ແລະ ຈະສ້າງເປັນແຜນໄລຍະກາງ ແລະ ໄລຍະຍາວໃນການຂະຫຍາຍ ແລະປັບປຸງສະໜາມບິນສາກົນວັດໄຕໃນອະນາຄົດ.

ໂຄງການປັບປຸງລວມມີ ສິ່ງອໍານວຍຄວາມສະດວກພາຍໃນອາຄານຜູ້ໂດຍສານ ແລະ ການຂະຫຍາຍທາງຂຶ້ນ-ລົງຂອງຍົນ ແລະ ອື່ນໆ ເພື່ອຮອງຮັບຈໍານວນຜູ້ໂດຍສານໃນອະນາຄົດ ແລະ ປະຈຸບັນສະໜາມບິນສາກົນວັດໄຕ ໄດ້ໃຫ້ບໍລິການຜູ້ໂດຍສານ ປະມານ 1,8 ລ້ານຄົນ/ປີ ເຊິ່ງການຂະຫຍາຍອາຄານຜູ້ໂດຍສານ-2 ແມ່ນໄດ້ສໍາເລັດແລ້ວ ໂດຍຈະສາມາດຮອງຮັບຜູ້ໂດຍສານໄດ້ 3 ລ້ານຄົນ/ປີ.

ຂ່າວ: ວຽງຈັນທາຍ

ພາບ ປະກອບ

Related Articles

Leave a Reply