ລາວ, ຫວຽດນາມ ແລະ ກຳປູເຈຍສືບຕໍ່ຮ່ວມມືຫຼາຍດ້ານ

ລາວ, ຫວຽດນາມ ແລະ ກຳປູເຈຍສືບຕໍ່ຮ່ວມມືຫຼາຍດ້ານ

ກອງປະຊຸມພົບປະທາງໄກລະຫວ່າງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຫງວຽນ ຊວັນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ ແລະ ທ່ານ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍໄດ້ຈັດຂຶ້ນເມື່ອວັນທີ 10 ມີນາ 2021 ທີ່ຜ່ານມາ ຊຶ່ງຜູ້ນຳທັງ 3 ປະເທດໄດ້ເຫັນດີສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືກັນດ້ານການເມືອງ, ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ-ການຄ້າ ແລະ ຜູ້ນຳທັງ 3 ປະເທດ ກໍໄດ້ແຈ້ງໃຫ້ກັນຊາບໂດຍຫຍໍ້ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ, ບັນດາມາດຕະການຮັບມື ກັບການແຜ່ລະບາດຂອງພະ ຍາດໂຄວິດ-19, ແລກປ່ຽນຄວາມຄິດເຫັນຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ນອກນັ້ນທີ່ກອງປະຊຸມຜູ້ນໍາທັງ 3 ປະເທດກໍ່ໄດ້ທົບທວນຄືນການຮ່ວມມືລະຫວ່າງ 3 ປະເທດກຽ່ວກັບຂອບການຮ່ວມມື ເຂດສາມຫລ່ຽມພັດທະນາ (CLV), ສືບຕໍ່ທົບທວນການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການພັດທະນາເສດຖະກິດ-ສັງຄົມ 2010-2020 ແລະ ປັບປຸງແຜນແມ່ບົດ ວ່າດ້ວຍການພັດທະນາເສດຖະກິດ-ສັງຄົມ ຮອດປີ 2030, ຮ່ວມມືກັນໃນການຂົນຂວາຍແຫຼ່ງທຶນ ມາຈັດຕັ້ງປະຕິບັດບັນດາໂຄງການບູລິມະສິດ ແລະ ບັນດາແຜນງານພັດທະນາໃນຂອບ CLV, ເພີ່ມທະວີການຮ່ວມມືກັນຢ່າງໃກ້ຊິດ ເພື່ອຍາດແຍ່ງເອົາການຮ່ວມມື ຊ່ວຍເຫຼືອຈາກແຕ່ລະກົນໄກ ເພື່ອຜົນປະໂຫຍດສູງສຸດຂອງທັງ 3 ປະເທດ ໂດຍສະເພາະການຮ່ວມມືອະນຸພາກພື້ນ ເຊັ່ນ: ຂອບການຮ່ວມື ACMECS, GMS, ອາຊຽນ-ອາເຊັມ, ຂອບການຮ່ວມມືແມ່ນໍ້າຂອງ-ແມ່ ນໍ້າລ້ານຊ້າງ, ແມ່ນໍ້າຂອງ-ແມ່ນໍ້າຄົງຄາ, ແມ່ນໍ້າ ຂອງ-ຍີ່ປຸ່ນ, ແມ່ນໍ້າຂອງ-ສ ເກົາຫຼີ, ແມ່ນໍ້າຂອງ-ອາເມຣີກາ ແລະ ອື່ນໆ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply