Visit BigblueAgency
ລາວ ອາດຈະເສຍລາຍຮັບຫຼາຍກວ່າ 483 ລ້ານໂດລາ ຈາກການສົ່ງອອກສິນຄ້າ

ລາວ ອາດຈະເສຍລາຍຮັບຫຼາຍກວ່າ 483 ລ້ານໂດລາ ຈາກການສົ່ງອອກສິນຄ້າ

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວເມື່ອບໍ່ດົນມານີ້ ທີ່ກອງປະຊຸມສະໄໝ ສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ວ່າ: ສປປ ລາວ ອາດຈະສູນເສຍລາຍຮັບຈາກການສົ່ງອອກສິນຄ້າສູງເຖິງ 483,3 ລ້ານໂດລາ ຫຼື ປະມານ 8,4% ຂອງມູນຄ່າການສົ່ງອອກສິນຄ້າຖ້າທຽບໃສ່ປີ 2019 ຍ້ອນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19. ສະເພາະ 5 ເດືອນຕົ້ນປີ 2020 ນີ້ເຫັນວ່າມູນຄ່າການສົ່ງອອກ ແລະ ນໍາເຂົ້າສິນຄ້າປະຕິບັດໄດ້ 39,78 % ຂອງແຜນການປີເທົ່ານັ້ນ, ຊຶ່ງການສົ່ງອອກໄດ້ຫຼຸດລົງ 6,1% ແລະ ການນໍາເຂົ້າ ຫຼຸດລົງ 8,1%. ຄາດວ່າໝົດປີຈະສາມາດປະຕິບັດໄດ້ພຽງແຕ່ 91,7% ເທົ່ານັ້ນ.

ການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຢູ່ ລາວ ໃນ 6 ເດືອນ ຕົ້ນປີ 2020 ບັນລຸໄດ້ປະມານ 756 ລ້ານໂດລາ ໃນນັ້ນ ມູນຄ່າການສົ່ງອອກ 337 ລ້ານໂດລາ ແລະ ມູນຄ່າການນໍາເຂົ້າ 419 ລ້ານໂດລາ.

ໝາຍຄວາມວ່າ 6 ເດືອນຕົ້ນປີ ລາວຂາດດຸນການຄ້າ ຫຼື ມູນຄ່າການສົ່ງອອກ ຫຼຸດສິນຄ້ານໍາເຂົ້າ 82 ລ້ານໂດລາ.

ຂ່າວ: ວຽງຈັນທາຍ

ພາບ: ສົມພາວັນ

Related Articles

Leave a Reply