ລາວ-ຮົງກາລີ ຮ່ວມມືພາຍໃຕ້ຂອບໂຄງການສະໜອງທຶນ ການສຶກສາຮົງກາລີ ໄລຍະປີ 2026-2028

ລາວ-ຮົງກາລີ ຮ່ວມມືພາຍໃຕ້ຂອບໂຄງການສະໜອງທຶນ ການສຶກສາຮົງກາລີ ໄລຍະປີ 2026-2028

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ປີເຕີ ຊີຢາໂຕ (Péter SZIJJÁRTÓ) ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 4 ກຸມພາ 2026 ເພື່ອສືບຕໍ່ຮັດແໜ້ນການພົວພັນມິດຕະພາບ ທີ່ມີມູນເຊື້ອ ແລະ ການຮ່ວມມືອັນດີ, ບົນພື້ນຖານຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຮົງກາລີ.

 ພາຍຫຼັງພົບປະສອງຝາຍ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ປີເຕີ ຊີຢາໂຕ (Péter SZIJJÁRTÓ) ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ ໄດ້ຮ່ວມກັນລົງນາມ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືພາຍໃຕ້ຂອບໂຄງການສະໜອງທຶນ ການສຶກສາຮົງກາລີ ໄລຍະປີ 2026-2028 ໃນມື້ວານນີ້ຢູ່ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. 

Related Articles

Leave a Reply