ພະຍາດໄຂ້ຍຸງລາຍ ເປັນອີກພະຍາດໜຶ່ງ ຕ້ອງໄດ້ເອົາໃຈໃສ່ ເຝົ້າລະວັງຢ່າງເຂັ້ມງວດ, ຊຶ່ງແຕ່ລະປີ ໄດ້ມີການແຜ່ລະບາດ ຢ່າງກວ້າງຂວາງໃນຂອບເຂດທົ່ວປະເທດ, ສະເພາະ ປີ 2020 ຜ່ານມານີ້ ມີຍອດຜູ້ເສຍຊີວິດ 13 ຄົນ.
ຮອງຫົວກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ທ່ານ ນາງ ດຣ ພອນປະເສີດ ໄຊຍະມຸງຄຸນ ໄດ້ລາຍງານໃຫ້ຮູ້ວ່າ: ນັບແຕ່ວັນທີ 1ມັງກອນ 2020- 3ມັງກອນ 2021, ທົ່ວປະເທດ ມີຜູ້ຕິດເຊື້ອໄຂ້ຍຸງລາຍເພີ່ມຂຶ້ນທັງໝົດ 8.248 ກໍລະນີ, ໂດຍສະເພາະ ນະຄອນຫຼວງວຽງຈັນ ເປັນອັນດັບໜຶ່ງທີ່ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 1.912 ຄົນ, ຖັດລົງມາແມ່ນ ແຂວງບໍລິຄຳໄຊ 941 ຄົນ, ບໍ່ແກ້ວ 726 ຄົນ ແລະ ແຂວງ ອື່ນໆ, ໃນນັ້ນ ເສຍຊີວິດລວມແລ້ວ 13 ຄົນ (ນະຄອນຫຼວງວຽງຈັນ 4 ຄົນ, ແຂວງ ບໍລິຄໍາໄຊ 2 ຄົນ, ຄຳມ່ວນ 02ຄົນ, ໄຊຍະບູລີ 01 ຄົນ,ຊຽງຂວາງ 01 ຄົນ, ສະຫວັນນະເຂດ 01 ຄົນ, ອຸດົມໄຊ 01 ຄົນ ແລະ ຜົ້ງສາລີ 01 ຄົນ ).
ປະຈຸບັນ ສະພາບການແຜ່ລະບາດຂອງພະຍາດໄຂ້ຍຸງລາຍ ຍັງບໍ່ມີທີທ່າວ່າຈະຫຼຸດລົງ, ຕາມປົກກະຕິຜ່ານມາແລ້ວພະຍາດໄຂ້ຍຸງລາຍຈະແຜ່ເຊື້ອ ໃນລະດູຝົນເທົ່ານັ້ນ, ແຕ່ປັດຈຸບັນນີ້ຢູ່ ປະເທດລາວເຮົາພົບພະຍາດໄຂ້ຍຸງລາຍທີ່ແຜ່ເຊື້ອໃນລະດູໜາວແລ້ວຊຶ່ງໃນນີ້ຖືວ່າເປັນປະກົດການໃໝ່ຂອງພະຍາດນີ້.
ຂ່າວ: ວຽງຈັນທາຍ
ຮູບ: ປະກອບ

