ລາວ ແລະ ລັດເຊຍ ຈະຮ່ວມມືກັນໃນການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19

ລາວ ແລະ ລັດເຊຍ ຈະຮ່ວມມືກັນໃນການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19

ລັດຖະບານແຫ່ງ ສປປ ລາວ (ຕາງໜ້າໂດຍກະຊວງສາທາລະນະສຸກ) ແລະ ສະຫະພັນລັດເຊຍຈະຮ່ວມມືກັນທາງດ້ານການແພດ ໂດຍສະເພາະແມ່ນການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ໂດຍຈະເລັ່ງໃສ່ 3 ໜ້າວຽກ.

ເນື່ອງໃນໂອກາດທີ່ທ່ານທູດລັດເຊຍ ປະຈໍາລາວ ໄດ້ເຂົ້າພົບປະກັບການນໍາກະຊວງສາທາລະນະສຸກໃນອາທິດຜ່ານມາ, ທັງສອງຝ່າຍໄດ້ມີການປຶກສາຫາລືກັນຫຼາຍບັນຫາທີ່ສໍາຄັນທາງດ້ານການແພດ ໂດຍສະເພາະທັງສອງຝ່າຍຈະມີການຮ່ວມມືກັນໃນການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ໂດຍເລັ່ງໃສ່ 3 ໜ້າວຽກ ທີ່ປະກອບມີການປັບປຸງຍົກລະດັບບຸກຄະລາກອນ ແລະ ເຄື່ອງມືອຸປະກອນການແພດຂອງໂຮງໝໍມິດຕະພາບໃຫ້ດີຂື້ນ, ຊ່ຽວຊານທັງ 2 ຝ່າຍຈະຮ່ວມມືກັນໃນການຄວບຄຸມ ແລະ ປ້ອງກັນພະຍາດໂຄວິດ-19 ແລະ ປະເທດສະຫະພັນລັດເຊຍຈະຊ່ວຍສ້າງບຸກຄະລາກອນ ແລະ ນໍາຢາວັກຊິນກັນພະຍາດໂວຄິດ-19 ມານໍາໃຊ້ຢູ່ລາວພາຍຫຼັງທີ່ໄດ້ທົດລອງສໍາເລັດແລ້ວ.

ຂ່າວ-ພາບ: ສູນຂ່າວສານການແພດສຸຂະສຶກສາ

Related Articles

Leave a Reply