ລາວ ແລະ ອົດສະຕຣາລີ ສືບຕໍ່ການຮ່ວມມືຫຼາຍດ້ານ

ລາວ ແລະ ອົດສະຕຣາລີ ສືບຕໍ່ການຮ່ວມມືຫຼາຍດ້ານ

ລັດຖະບານລາວ ແລະ ອົດສະຕຣາລີ ໄດ້ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານ, ຊຶ່ງ ອົດສະ ຕຣາລີ ໄດ້ໃຫ້ການສະໜັບສະໜູນ ຊ່ວຍ ເຫຼືອ ສປປ ລາວ ຕະຫຼອດມາ, ໂດຍສະ ເພາະ ການຊ່ວຍເຫຼືອເພື່ອການພັດທະນາ (ODA) ໃນຂົງເຂດວຽກງານການສຶກສາ, ການພັດທະນາ ຊັບພະຍາກອນມະນຸດ, ກະສິກຳ, ສາທາລະນະສຸກ, ການຄ້າ-ການ ລົງທຶນ ແລະ ອື່ນໆ ນັບເປັນມູນຄ່າສະເລ່ຍ 40 ລ້ານໂດລາອົດສະຕຣາລີ/ປີ, ລວມທັງ ການຊ່ວຍເຫຼືອ ລັດຖະບານລາວ ໃນການ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະ ບາດຂອງພະຍາດໂຄວິດ-19 ອີກດ້ວຍ.

ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືດັ່ງກ່າວ, ຕາງໜ້າ ລັດຖະບານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສົນທະນາທາງໂທລະສັບ ກັບລັດຖະມົນ ຕີການຕ່າງປະເທດ ແລະ ລັດຖະມົນຕີ ຮັບ ຜິດຊອບວຽກງານແມ່ຍິງ ອົດສະຕຣາລີ, ທ່ານ ນາງ ມາຣີສ ເພນ ເມື່ອວັນທີ 2 ກັນຍາ 2020 ຜ່ານມາ ທີ່ກະຊວງການຕ່າງປະເທດ.

ໃນໂອກາດສົນທະນາດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມຕະຫຼອດ ໄລ ຍະເວລາ 68 ປີ ຜ່ານມາ, ນັບຕັ້ງແຕ່ສອງ ປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດ ນໍາກັນ ໃນວັນທີ 15 ມັງກອນ 1952, ສະແດງອອກໃນການແລກປ່ຽນການຢ້ຽມ ຢາມ ຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆ ຂອງສອງປະເທດຢ່າງເປັນປົກກະຕິ, ຊຶ່ງໄດ້ເປັນການປະກອບສ່ວນອັນສຳຄັນໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງສອງ ປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ໃນນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບການພົວພັນຮ່ວມມືສອງຝ່າຍ, ແລກປ່ຽນປະສົບການໃນການຮັບມືກັບການເເຜ່ລະບາດຂອງພະຍາດໂຄວິດ-19 ແລະ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດ ທີ່ຍາດມາໄດ້ໃນການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ ໃນໄລຍະຜ່ານມາ.

ພ້ອມນັ້ນ, ສອງຝ່າຍ ຍັງໄດ້ປືກສາຫາລືກ່ຽວ ກັບບັນຫາພາກພື້ນ ແລະ ສາກົນຈຳນວນ ໜຶ່ງທີ່ສອງຝ່າຍມີຄວາມສົນໃຈ ລວມທັງ ການຮັດແໜ້ນການຮ່ວມມືໃນຂອບພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນ ການຮ່ວມມື ໃນ ຂອບອາຊຽນ, ອະນຸພາກພື້ນແມ່ນໍ້າຂອງ, ອົງການສະຫະປະຊາຊາດ ແລະ ອື່ນໆ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply