ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກໄທ ໄດ້ຮ່ວມກັນຈັດພິທີເປີດຫຼັກໝາຍຊາຍແດນແບບພິເສດ (ຫຼັກໝາຍຊາຍແດນ ເລກທີ 3-18) ຊຶ່ງຕັ້ງຢູ່ບໍລິເວນດ່ານສາກົນນໍ້າເງິນ-ຫ້ວຍໂກນ, ເບື້ອງລາວຂຶ້ນກັບເມືອງເງິນ ແຂວງໄຊຍະບູລີ ແລະ ເບື້ອງໄທຂຶ້ນກັບອໍາເພີສະເຫຼີມພະກຽດ ຈັງຫວັດນ່ານ ເພື່ອເປັນສັນຍາລັກ ແຫ່ງການສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ຄົບຮອບ 75 ປີ (19 ທັນວາ 1950-19 ທັນວາ 2025),ໃນວັນທີ 24 ມິຖຸນາ 2026 ຜ່ານມານີ້.
ປະທານຮ່ວມໃນພິທີດັ່ງກ່າວ, ຝ່າຍລາວ ນໍາໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ປະທານຄະນະເຈົ້າໜ້າທີ່ອາວຸໂສຮ່ວມ ລາວ-ໄທ (ຝ່າຍລາວ) ແລະ ຝ່າຍໄທ ນໍາໂດຍ ທ່ານ ນາງ ເອກສິຣິ ປິນທະຣຸຈິ ປະລັດກະຊວງການຕ່າງປະເທດ ປະທານຄະນະເຈົ້າໜ້າທີ່ອາວຸໂສຮ່ວມ ໄທ-ລາວ (ຝ່າຍໄທ), ໂດຍມີປະທານສະພາປະຊາຊົນແຂວງໄຊຍະບູລີ, ຜູ້ວ່າຣາຊະການຈັງຫວັດນ່ານ, ຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍປະຊາຊົນສອງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ການຈັດພິທີເປີດຫຼັກໝາຍຊາຍແດນແບບພິເສດ (ຫຼັກໝາຍຊາຍແດນ ເລກທີ 3-18) ແມ່ນເປັນເຫດການໜຶ່ງທີ່ສໍາຄັນໃນປະຫວັດສາດຂອງການພົວພັນຮ່ວມມື ລະຫວ່າງສອງປະເທດ ທີ່ເກີດຂຶ້ນໃນທ່າມກາງບັນຍາກາດ ທີ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກໄທ ກໍາລັງດໍາເນີນການສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດ ຄົບຮອບ 75 ປີ ຮ່ວມກັນ ແລະ ຜັນຂະຫຍາຍເຈດຕະນາລົມຂອງສອງປະເທດ ທີ່ໄດ້ຍົກລະດັບການຮ່ວມມືເປັນ “ຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ເເລະ ການພັດທະນາເເບບຍືນຍົງ”.
ໃນພິທີ, ທ່ານ ອານຸສິນ ຂັດຕິຍະລາດ ຫົວໜ້າຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດ ໄດ້ລາຍງານ ກ່ຽວກັບຜົນການເຄື່ອນໄຫວວຽກງານການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ລະຫວ່າງ ສອງປະເທດ ແລະ ຄວາມໝາຍຄວາມສໍາຄັນຂອງການປັບປຸງ ແລະ ຍົກລະດັບຫຼັກໝາຍຊາຍແດນເລກທີ 3-18 (ເປັນຫຼັກໝາຍຊາຍແດນແບບພິເສດ) ເພື່ອເປັນສັນຍາລັກແຫ່ງການສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ຄົບຮອບ 75 ປີ, ຊຶ່ງພາຍຫຼັງທີ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 19 ທັນວາ 1950, ສອງຝ່າຍໄດ້ດໍາເນີນການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນຮ່ວມກັນ ເລີ່ມແຕ່ປີ 1997, ມາເຖິງປະຈຸບັນ ສາມາດສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນທາງບົກຮ່ວມກັນ ທັງໝົດ ຈຳນວນ 211 ຫຼັກໝາຍ, ລວມລວງຍາວຂອງເສັ້ນຊາຍແດນ ປະມານ 678 ກິໂລແມັດ, ເທົ່າກັບ 89% ຂອງລວງຍາວເສັ້ນຊາຍແດນທາງບົກ (763 ກິໂລແມັດ) ແລະ ເທົ່າກັບ 36% ຂອງລວງຍາວເສັ້ນຊາຍແດນທັງໝົດ (1.869 ກິໂລແມັດ).

