ລົດກະບະຕຳກັບລົດຈັກ ຢູ່ເສັ້ນທາງດ່ວນ ເຂດບ້ານຫົວຂົວ-ນາຊອນເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 1 ຄົນ

ລົດກະບະຕຳກັບລົດຈັກ ຢູ່ເສັ້ນທາງດ່ວນ ເຂດບ້ານຫົວຂົວ-ນາຊອນເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 1 ຄົນ

ມູນນິທິຈີນ 1628 ແຈ້ງໃຫ້ຮູ້ວ່າ: ເກີດເຫດລົດກະບະ ຕໍາກັບລົດຈັກ ຢູ່ ເສັ້ນທາງດ່ວນວຽງຈັນ-ວັງວຽງ ຈຸດບ້ານຫົວຂົວ-ນາຊອນ  ເມືອງນາຊາຍທອງ ນະຄອນຫຼວງວຽງຈັນໃນຕອນເດິກຂອງວັນທີ 6 ພະຈິກ 2020 ທີ່ຜ່ານມາ, ຫຼັງຈາກທີ່ທີມງານມູນນິທິຈີນມາຮອດຈຸດເກີດເຫດ ພົບຜູ້ບາດເຈັບ 1 ຄົນເປັນເພດຊາຍ (ຍັງບໍ່ຮູ້ຊື່ ແລະ ເປັນປະຊາຊົນບ້ານໃດ) ທີ່ເປັນຜູ້ຂັບຂີ່ລົດຈັກ ໃນສະພາບທີ່ຂາເບື້ອງຊ້າຍຂາດ ແຕ່ບໍ່ມີສະຕິ ດັ່ງນັ້ນທິມງານມູນນິທິ ຈຶ່ງໄດ້ມີການຫ້າມເລືອດ ແລະ ປໍ້າຫົວໃຈ ແຕ່ບໍ່ສາມາດຊ່ວຍຊີວິດຜູ້ເຄາະຮ້າຍໄດ້ ຊຶ່ງຄາດວ່າຜູ້ເສຍຊີວິດ ແມ່ນປະຊາຊົນທີ່ຢູ່ເຂດເມືອງນາຊາຍທອງ.
ມູນນິທິຈີນ ແຈ້ງໃຫ້ຮູ້ຕື່ມອີກວ່າ: ສາເຫດທີ່ກໍ່ໃຫ້ເກີດອຸບັດເຫດໃນຄັ້ງນີ້ ຍ້ອນວ່າເສັ້ນທາງດ່ວນຈຸດດັ່ງກ່າວແມ່ນໄດ້ປ່ອຍໃຫ້ແລ່ນແຕ່ເລນດຽວ ບວກກັບບໍ່ທັນມີໄຟເຍືອງທາງ (ທາງມຶດ) ຈຶ່ງກໍ່ໃຫ້ເກີດມີອຸປະຕິເຫດດັ່ງກ່າວ. ສະພາບລົດຈັກ ແມ່ນຂາດເປັນສອງທ່ອນຍ້ອນຕໍາແຮງ ແລະ ຖືກລາກໄປຫຼາຍກວ່າ 200-300 ແມັດ, ສ່ວນລົດກະບະແມ່ນທາງດ້ານໜ້າເປ່ເພ. ສຳລັບຄວາມຄືບໜ້າລະອຽດຈະລາຍງານຕາມພາຍຫຼັງ.

ຂໍ້ມູນ-ພາບ: ມູນນິທິຈີນ 1628

Related Articles

Leave a Reply