ອົງການກາແດງລາວຫຼວງພະບາງໄດ້ແຈ້ງຂໍ້ມູນຫຼ້າສຸດໃຫ້ຮູ້ວ່າ: ຈາກເຫດການທີ່ເກີດອຸບັດເຫດລົດບັນທຸກໝູໄດ້ຕໍາໜ້າຜາແຄມທາງ ແລະ ປີ້ນຢູ່ເສັ້ນທາງພູຜາເຈ້ຍ ເຂດບ້ານນາເມືອງ, ເມືອງນານ, ແຂວງຫຼວງພະບາງ ຫຼື ເສັ້ນທາງພູເກົ້າຫຼັກ ເມືອງກາສີ ແຂວງວຽງຈັນ ຫາ ເມືອງນານ ແຂວງຫຼວງພະບາງ, ຊຶ່ງເຫດເກີດເມື່ອວັນທີ 29 ກັນຍາທີ່ຜ່ານມານັ້ນໄດ້ ເຮັດ ໃຫ້ມີຜູ້ເສຍຊີວິດ 2 ຄົນເປັນເພດຊາຍ, ຊື່ ທ້າວ ສອນເພັດ ອາຍຸ 40 ປີ ສັນຊາດລາວ ປະຊາຊົນບ້ານໂພນໄຊ ເມືອງໂພນໄຊ ແຂວງຫຼວງພະບາງ ແລະ ທ້າວສິດ ອາຍຸ 34 ປີ ສັນຊາດລາວ ປະຊາຊົນ ບ້ານດ່ານ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ນອກນັ້ນຍັງມີໝູຕາຍເປັນຈໍານວນຫຼາຍ.
ສ່ວນສາເຫດທີ່ເກີດອຸບັດເຫດໃນຄັ້ງນີ້ຄາດວ່າເກີດຈາກການປະໝາດໃນການຂັບຂີ່ ຫຼື ບໍ່ຊໍານານທາງຍ້ອນເສັ້ນທາງຄົດລ້ຽວ ບວກກັບມີຝົນຕົກ.
ຂ່າວ: ວຽງຈັນທາຍ
ຂໍ້ມູນ-ພາບ: ອົງການກາແດງລາວຫລວງພະບາງ

