ວັກຊິນຕ້ານພະຍາດໂຄວິດ-19 ຍັງບໍ່ສາມາດຢັບຢັ້ງພະຍາດນີ້ໄດ້ເທື່ອ

ວັກຊິນຕ້ານພະຍາດໂຄວິດ-19 ຍັງບໍ່ສາມາດຢັບຢັ້ງພະຍາດນີ້ໄດ້ເທື່ອ

ເຖິງວ່າຫຼາຍປະເທດໃນໂລກໄດ້ມີການຄົ້ນຄິດໃນການຜະລິດຢາວັກຊິນຕ້ານພະຍາດໂຄວິດ-19 ຫຼາຍກວ່າ 200 ຊະນິດ ແຕ່ ມີພຽງ 10 ຊະນິດເທົ່ານັ້ນທີ່ຍອມຮັບຈາກສະຖາບັນການແພດໂລກວ່າສາມາດປ້ອງກັນພະຍາດນີ້ໄດ້ ແຕ່ເມື່ອທົບທວນເບິ່ງແລ້ວເຖິງວ່າຈະມີຢາວັກຊິນຕ້ານພະຍາດໂຄວິດ-19 ແລ້ວກໍ່ຕາມ ແຕ່ການລະບາດຂອງພະຍາດດັ່ງກ່າວຍັງສືບຕໍ່ແຜ່ເຊື້ອ ແລະ ບາງປະເທດຍັງມີການແຜ່ລະບາດຂອງພະຍາດນີ້ຮອບໃໝ່ ແລະ ຍັງບໍ່ຮູ້ວ່າພະຍາດນີ້ຈະສິ້ນສຸດມື້ໃດ ນັ້ນໝາຍຄວາມວ່າວັກຊິນ 10 ຊະນິນັ້ນຈະສາມາດຢັບຢັ້ງພະຍາດນີ້ໄດ້ແທ້ ຫຼື ບໍ່ ?. ນີ້ອາດເປັນຄໍາຖາມທີ່ທຸກຄົນຢາກຮູ້ຄໍາຕອບ.

ອີງຕາມຂໍ້ມູນຫຼ້າສຸດຈາກຄະນະສະເພາະກິດ ຄວບຄຸມ, ປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ເມື່ອວັນທີ 5 ມັງກອນ 2021 ທີ່ຜ່ານມານີ້ໃຫ້ຮູ້ວ່າ: ທົ່ວໂລກຍັງມີການແຜ່ເຊື້ອຂອງພະຍາດນີ້ຢູ່ຫຼາຍກວ່າ 200 ປະເທດ, ນັບແຕ່ມີການແຜ່ລະບາດຂອງພະຍາດນີ້ ມາຮອດປັດຈຸບັນ ມີຜູ້ຕິດເຊື້ອແລ້ວຫຼາຍກວ່າ 85,9 ລ້ານຄົນ, ເສຍຊີວິດແລ້ວຫຼາຍກວ່າ 1,8 ລ້າຄົນ.

ປະເທດສະຫະລັດອາເມລິກາຍັງພົບຜູ້ຕິດເຊື້ອພະຍາດດັ່ງກ່າວຫຼາຍກວ່າປະເທດອື່ນໆ, ຮອງລົງ ມາແມ່ນປະເທດອິນເດຍ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply