ວິທະຍາໄລຄູ ດົງຄໍາຊ້າງ ຮ່ວມມືກັບ ທະນາຄານການຄ້າຕ່າງປະເທດ ລາວ ມະຫາຊົນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ໃນວັນທີ 17 ກໍລະກົດ 2020 ກ່ຽວກັບການບໍລິການ ອອກບັດນັກສຶກສາໃຫ້ເປັນບັດດຽວກັບບັດເອທີເອັມ (ATM), ເພື່ອ ໃຫ້ນັກສຶກສາມີຄວາມສະດວກໃນການໂອນເງິນ ຖອນເງິນໂດຍນໍາໃຊ້ຮ່ວມກັນກັບບັດນັກສຶກສາ ເລິຍ.
ໃນພິທີເຊັນສັນຍາດັ່ງກ່າວ, ທ່ານ ນາງ ວິລາ ແສງສະຫວ່າງ ອໍານວຍການ ວິທະຍາໄລຄູ ດົງຄໍາຊ້າງ ໃຫ້ຮູ້ວ່າ : ການອອກບັດນັກສຶກສາໃຫ້ເປັນບັດດຽວກັບບັດເອທີເອັມ ແມ່ນຈະສ້າງຄວາມສະດວກສະບາຍໃນການຮັບເງິນຈາກຜູ້ປົກຄອງ, ນັກສຶກສາມີຄວາມປອດໄພໃນການເກັບມ້ຽນເງິນ ແລະ ອື່ນໆ.
ເລີ່ມແຕ່ປີ 2017 ມາຮອດປັດຈຸບັນ, ທັງສອງພາກສ່ວນນີ້ໄດ້ອອກບັດດັ່ງກ່າວໃຫ້ນັກສຶກສາແລ້ວທັງໝົດ 1.180 ຄົນ. ວິທະຍາໄລຄູດົງຄຳຊ້າງຕັ້ງຢູ່ບ້ານດົງຄຳຊ້າງ,ເມືອງຫາດຊາຍຟອງ,ນະຄອນຫຼວງວຽງຈັນ.
ຂ່າວ: ບົວຜັນ

