ຊົມເຊີຍ 70 ປີແຫ່ງການຂະຫຍາຍຕົວຂອງສື່ມວນຊົນລາວ ແລະ ການຈັດພິມຈໍາໜ່າຍ 13 ສິງຫາ 1950 ຫາ 13 ສິງຫາ 2020.
ພາຍໃຕ້ລະບອບໃໝ່ໂດຍພາຍໃຕ້ການຊີ້ນຳ ແລະ ນຳພາຂອງພັກປະຊາຊົນປະຕິວັດລາວ, ວຽກງານການພິມກໍ່ໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວເຊັ່ນດຽວກັນກັບວຽກງານອື່ນໆ. ປະຈຸບັນ, ທົ່ວປະເທດມີໂຮງພິມ, ຮ້ານພິມ ແລະ ຮ້ານອອກແບບພິມທັງໝົດ 112 ແຫ່ງ. ໃນນັ້ນ, ມີໂຮງພິມຂອງລັດ 07 ແຫ່ງ ແລະ ເອກະຊົນ 105 ແຫ່ງ; ສຳນັກພິມທັງໝົດ 16 ແຫ່ງ, ໃນນັ້ນຂອງລັດ 2 ແຫ່ງ, ເອກະຊົນ 14 ແຫ່ງ; ບໍລິສັດແປພາສາ 7 ແຫ່ງ, ໃນນັ້ນເອກະຊົນ 7 ແຫ່ງ; ບໍລິສັດອອກແບບໂຄສະນາ 8 ແຫ່ງ, ໃນນັ້ນຂອງເອກະຊົນ 8 ແຫ່ງ, ຮ້ານຈຳໜ່າຍປຶ້ມ ແລະ ສິ່ງພິມອື່ນໆ 15 ແຫ່ງ, ໃນນັ້ນຂອງລັດ 1 ແຫ່ງ.
ຈຳນວນປຶ້ມທີ່ຈັດພິມໃນແຕ່ລະປີແມ່ນມີຫຼາຍຮ້ອຍ ຊະນິດປື້ມ ແລະ ລວມມີຫຼາຍລ້ານຫົວ, ສະເລ່ຍພິມປີໜຶ່ງບໍ່ຫຼຸດ 5 ລ້ານຫົວ(ບໍ່ນັບພິມຜະລິດຕະພັນສິ່ງພິມອື່ນ). ວາລະສານວັນນະສິນພິມອອກສະເລັ່ຍປີໜຶ່ງ 5.000 ສະບັບ, ວຽກງານສົ່ງເສີມການອ່ານກໍ່ເປັນວຽກງານໜຶ່ງທີ່ສຳຄັນ ແລະ ໄດ້ຮັບການພັດທະນາ ຊຶ່ງສະແດງອອກ: ມີຫໍສະໝຸດແຫ່ງຊາດ 1 ແຫ່ງ, ຫໍສະໝຸດທ້ອງຖິ່ນ ມີທັງໝົດ 10 ແຫ່ງໃນທົ່ວປະເທດ, ຫໍສະໝຸດສະເພາະ (ກະຊວງ/ອົງການ) 20 ແຫ່ງ, ຫໍສະໝຸດວິທະຍາໄລ ແລະ ມະຫາວິທະຍາໄລ 50 ແຫ່ງ, ຫໍສະໝຸດໂຮງຮຽນ 647 ແຫ່ງ, ຫ້ອງອ່ານ 883 ແຫ່ງ, ຕູ້ສະໝຸດ 8.400 ຕູ້, ຖົງສະໝຸດ 8.585 ຖົງ, ລົດສະໝຸດເຄື່ອນທີ່ 5 ຄັນ ແລະ ເຮືອສະໝຸດເຄື່ອນທີ່ 2 ລຳ.
ຂ່າວ: ວຽງຈັນທາຍ

