ນັບແຕ່ປີ 2021-2030, ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ຈະສຸມໃສ່ວຽກງານຈຸດສຸມເພື່ອແກ້ໄຂຄວາມທຸກຍາກຂອງເດັກໃນຫຼາຍມິຕິຢູ່ ສປປ ລາວ ຕິດພັນກັບການປັບປຸງຮ່າງແຜນດຳເນີນງານແຫ່ງຊາດເພື່ອແມ່ແລະເດັກໂດຍສະເພາະແຜນງານແກ້ໄຂສະພາບຄວາມທຸກຍາກຂອງເດັກຫຼາຍມິຕິຢູ່ ສປປ ລາວ ຊຶ່ງກວມເອົາ 09 ມິຕິ/ດ້ານ ແລະ 46 ຕົວຊີ້ວັດ ເປັນຕົ້ນ: ດ້ານໂພຊະນາການ, ສຸຂະພາບ, ການປົກປ້ອງເດັກ, ນໍ້າສະອາດ, ສຸຂະອະນາໄມ, ການສຶກສາ, ການພັດທະນາເດັກກ່ອນໄວຮຽນ, ຂໍ້ມູນຂ່າວສານ ແລະ ທີ່ຢູ່ອາໄສ ໂດຍສຸມໃສ່ຈັດຕັ້ງປະຕິບັດວຽກງານຈຸດສຸມຕົ້ນຕໍ 8 ດ້ານ, 29 ວຽກງານຈຸດສຸມທີ່ເປັນບູລິມະສິດຄື: ການປົກປ້ອງທາງສັງຄົມ, ການສຶກສາ, ສຸຂະພາບ, ນໍ້າສະອາດ-ສຸຂະອະນາໄມ, ໂພຊະນາການ, ຂໍ້ມູນຂ່າວສານ, ການປົກປ້ອງເດັກ ແລະ ທີ່ຢູ່ອາໄສ’’.
ທ່ານ ນາງ ບັນດິດ ປະທຸມວັນ ຮອງປະທານຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ໄດ້ກ່າວທີ່ປະຊຸມປຶກສາຫາລືການຈັດຕັ້ງປະຕິບັດຄວາມໝາຍໝັ້ນຂອງບັນດາຮອງເຈົ້າແຂວງ ໃນການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ ເພື່ອພັດທະນາທ່າແຮງເດັກລາວບັນດາເຜົ່າ ຮອດປີ 2030 ແລະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ 1.2 ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ຢູ່ແຂວງຫລວງພະບາງວ່າ: ກອງປະຊຸມໃນມື້ນີ້ເປັນກອງປະຊຸມໜຶ່ງທີ່ສໍາຄັນ ທີ່ພວກເຮົາຈະພ້ອມກັນປຶກສາຫາລື ການຈັດຕັ້ງຜັນຂະຫຍາຍເນື້ອໃນຄວາມໝາຍໝັ້ນຂອງບັນດາຮອງເຈົ້າແຂວງ ໃນການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ ເພື່ອນຳໃຊ້ກາລະໂອກາດພັດທະນາທ່າແຮງຂອງເດັກລາວບັນດາເຜົ່າ ຮອດປີ 2030 ແລະ ການບັນລຸເປົ້າຫມາຍການພັດທະນາແບບຍືນຍົງ 1.2 ທີ່ໄດ້ລົງນາມ ແລະ ຮັບຮອງເອົາໃນປີຜ່ານມາ ໂດຍການທົບທວນຄືນຜົນການວິໄຈຄວາມຂາດເຂີນແບບທັບຊ້ອນຫຼາຍມິຕິ ສໍາລັບເດັກຢູ່ ສປປ ລາວ ເພື່ອພ້ອມກັນກໍານົດບັນດາຕົວຊີ້ວັດ ແລະ ວຽກງານຈຸດສຸມ ເພື່ອແກ້ໄຂ ຄວາມທຸກຍາກຂອງເດັກໃນຫຼາຍມິຕິຢູ່ ສປປ ລາວ ຕິດພັນກັບການປັບປຸງຮ່າງແຜນດຳເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ (2021-2025) ໂດຍສະເພາະແຜນງານແກ້ໄຂສະພາບຄວາມທຸກຍາກຂອງເດັກຫຼາຍມິຕິຢູ່ ສປປ ລາວ.
ຂ່າວ-ພາບ: ຄຊກມດ