ສຕລ 1 ໃນ 21 ສະຫະພັນ​ບານເຕະ​ ຂອງທະວີບອາຊີ ສາມາດຈັດການຝຶກອົບຮົມຄູຝຶກ ລະດັບ ໂປຣ

ສຕລ 1 ໃນ 21 ສະຫະພັນ​ບານເຕະ​ ຂອງທະວີບອາຊີ ສາມາດຈັດການຝຶກອົບຮົມຄູຝຶກ ລະດັບ ໂປຣ

ເມື່ອບໍ່ດົນມານີ້, ສະຫະພັນບານເຕະອາຊີ (AFC) ໄດ້ປະກາດຢືນຢັນວ່າ: ປີ 2026 ນີ້ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ​ກາຍເປັນ 1 ໃນ 21 ສະຫະພັນ​ບານເຕະ​ ຂອງທະວີບອາຊີ ທີ່ສາມາດຈັດການຝຶກອົບຮົມຄູຝຶກ ລະດັບ ໂປຣ (Pro Level) ໄດ້.

ໝາຍຄວາມວ່າ ສະຫະພັນບານເຕະແຫ່ງຊາດລາວ ສາມາດເປີດຝຶກອົບຮົມຄູຝຶກໃນທຸກລະດັບ ຕັ້ງແຕ່ C, B , A ແລະ Pro ໂດຍການຮັບຮອງຈາກ AFC. ຖືວ່າເປັນຜົນສຳເລັດໜຶ່ງ ທີ່ສຳຄັນຢ່າງຍິ່ງຕໍ່ການຍົກສູງບົດບາດ ຄວາມສາມາດຂອງ ສະຫະພັນບານເຕະແຫ່ງຊາດລາວ, ເປັນພື້ນຖານອັນສຳຄັນໃນການຍົກລະດັບພັດທະນາບຸກຄະລາກອນລາວ ກໍຄືການຍາດແຍ່ງໂອກາດໃນການພັດທະນາວົງການບານເຕະລາວ.

ຂໍ້ມູນ: ຂ່າວກິລາ Lao National TV

Related Articles

Leave a Reply