ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຕິດຕາມຢ່າງໃກ້ຊິດ ແລະ ມີຄວາມເປັນຫ່ວງຢ່າງຍິ່ງ ຕໍ່ ສະ ຖານະການຄວາມຮຸນແຮງຮອບ ໃໝ່ຢູ່ຕາເວັນອອກກາງ ຊຶ່ງມີຄວາມ ສ່ຽງຕໍ່ການຂະຫຍາຍເປັນວົງກວ້າງ ແລະ ໄດ້ສົ່ງຜົນກະທົບຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງ ພາຍໃນພາກພື້ນ ແລະ ໃນໂລກ.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງ ເພີ່ມທະວີຄວາມອົດທົນອົດກັ້ນ, ຫຼີກລ່ຽງທຸກການກະທໍາທີ່ອາດຈະເຮັດໃຫ້ສະຖານະການຮ້າຍແຮງຂຶ້ນ ແລະ ກັບຄືນສູ່ການເຈລະຈາ ເພື່ອແກ້ໄຂບັນຫາໂດຍສັນຕິວິທີ.
ຂໍ້ມູນທີ່ກ່າວມາຂ້າງເທິງນັ້ນແມ່ນ ການຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ ສະຖານະການ ຢູ່ ຕາເວັນອອກກາງ.

