ມູນນິທິອະນຸລັກສັດປ່າລາວ ໄດ້ປັບປຸງສວນສັດບ້ານເກິນ ຢູ່ເມືອງທຸລະຄົມ ແຂວງວຽງຈັນ ໃຫ້ກາຍເປັນສູນອະນຸລັກ ແລະ ເປັນແຫຼ່ງສຶກສາຮຽນຮູ້ ກ່ຽວກັບ ສັດປ່າພື້ນເມືອງລາວ. ປະຈຸບັນນີ້ໄດ້ເລັ່ງໃສ່ການປັບປຸງຄອກສັດ, ການສ້າງຫໍພິພິທະພັນ ວິທະຍາສາດ ທໍາມະຊາດ ແລະ ປັບປຸງແຜນງານການໃຫ້ຄວາມຮູ້ກ່ຽວກັບສັດປ່າ, ໂດຍສະເພາະ ແມ່ນການຈັດກິດຈະກໍານໍາທ່ຽວໃຫ້ສະເພາະກຸ່ມ ຫຼື ນັກທ່ອງທ່ຽວ.
ສູນອະນຸລັກດັ່ງກ່າວຄາດວ່າຈະໄດ້ເປີດໃນຕົ້ນປີ 2021 ຊຶ່ງການປັບປຸງ ແມ່ນໄດ້ເລີ່ມມາໃນເດືອນກໍລະກົດ 2020 ທີ່ຜ່ານມາ. ປະຈຸບັນ ພາຍໃນສວນສັດ ມີສັດຕ່າງໆນາໆຫຼາຍກວ່າ 400 ໂຕ ປະກອບມີ ລິງຫຼາຍຊະນິດ, ແຂ້, ນົກ, ກວາງ, ຟານ ແລະ ອື່ນໆ.
ຂ່າວ: ວຽງຈັນທາຍ

