ຄະນະຜູ້ແທນສະມາຊິກສະພາແຫ່ງຊາດ(ສສຊ) ຊຸດທີ VIII, ນຳໂດຍປະທານກຳມາທິການກົດຫມາຍສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດເຂດເລືອກທີ 1 ນະຄອນຫຼວງວຽງຈັນ, ທ່ານ ສາຍທອງ ແກ້ວດວງດີ ໄດ້ຢ້ຽມຢາມ ແລະ ກວດກາຄວາມຄືບຫນ້າການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ຢູ່ເຂດບ້ານສົງເປືອຍ, ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ຫວ່າງບໍ່ດົນມານີ້ ໂດຍໄດ້ຮັບການຕ້ອນຮັບຈາກທູດເສດຖະກິດແຫ່ງ ສປ ຈີນ ປະຈໍາລາວ, ທ່ານ Zhao Wenyu ແລະ ຜູ້ອຳນວຍການໃຫຍ່ບໍລິສັດວິສະວະກຳທາງລົດໄຟລາວ-ຈີນ, Xiao Qian Wen ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.
ການເຄື່ອນໄຫວເຮັດວຽກໃນຄັ້ງນີ້, ສສຊ ໄດ້ຮັບຟັງ ການລາຍງານຄວາມຄືບຫນ້າໃນການກໍ່ສ້າງໂຄງການເສັ້ນທາງລົດໄຟລາວ-ຈີນ, ມາຮອດປັດຈຸບັນ ການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ສາມາດປະຕິບັດໄດ້ສໍາເລັດ 93 % ຂອງວຽກງານທັງໝົດ, ໃນນີ້ສາມາດເຈາະທະລຸອຸໂມງທັງໝົດແຕ່ບໍ່ເຕັນ ຫາ ສະຖານີນະຄອນຫຼວງວຽງຈັນຈໍານວນ 75 ແຫ່ງສໍາເລັດໝົດແລ້ວ, ການກໍ່ສ້າງຂົວຈໍານວນ 164 ແຫ່ງໄດ້ສໍາເລັດໝົດແລ້ວ ແລະ ວຽກງານອື່ນໆ, ຊຶ່ງໂຄງການດັ່ງກ່າວເລີ່ມລົງມືກໍ່ສ້າງມາແຕ່ວັນທີ 25 ທັນວາ 2016 ມີໄລຍະການກໍ່ສ້າງ 5 ປີ ແລະ ຈະເປີດນຳໃຊ້ຢ່າງທາງເປັນທາງການໃນທ້າຍປີ 2021.
ພ້ອມນັ້ນ ຄະນະຜູ້ແທນຍັງໄດ້ໄປຢ້ຽມຊົມຫ້ອງເຊື່ອມຈອດລາງລົດໄຟ, ເຂດເກັບມ້ຽນລາງລົດໄຟ ແລະ ຂີ່ລົດໄຟໃນຂະບວນທົດລອງເພື່ອຊົມທັດສະນິຍະພາບລະຫວ່າງສອງຟາກທາງຂອງໂຄງການກໍ່ສ້າງທາງລົດໄຟອີກດ້ວຍ.
ສໍາລັບ ໂຄງການກໍ່ສ້າງດັ່ງກ່າວແບ່ງອອກເປັນ2ໄລຍະເຊັ່ນ: ແຕ່ຢູ່ຍຊີ ຫາ ບໍ່ຫານ ແຂວງ ຢູນນານ ສປ. ຈີນ ມີຄວາມຍາວ 509 ກິໂລແມັດ ແລະ ແຕ່ບໍ່ເຕັນ ຫາ ນະຄອນຫລວງວຽງຈັນ ມີຄວາມຍາວ 422 ກິໂລແມັດ, ລົດໄຟຖືກອອກແບບດ້ວຍຄວາມໄວ 160 ກິແມັດຕໍ່ຊົ່ວໂມງ, ມີທັງຫມົດ 32 ສະຖານີ.
ຂ່າວ: ວຽງຈັນທາຍ
ຮູບ: ພ້ອມພົງ

