ສະພາບອາກາດ ຍັງຈະສຶບຕໍ່ໜາວເຢັນຢູ່ທົ່ວໄປໃນແຕ່ລະພາກ ຈົນຮອດທ້າຍເດືອນນີ້

ສະພາບອາກາດ ຍັງຈະສຶບຕໍ່ໜາວເຢັນຢູ່ທົ່ວໄປໃນແຕ່ລະພາກ ຈົນຮອດທ້າຍເດືອນນີ້

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດ ວ່າ: ໃນໄລຍະວັນທີ 28-31 ມັງກອນ 2021, ສະພາບອາກາດຍັງຈະໜາວເຢັນລົງຢູ່ທົ່ວໄປໃນແຕ່ລະພາກ, ຍ້ອນມວນອາກາດເຢັນທີ່ປະເທດຈີນ ຈະເພີ່ມກຳລັງແຮງແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ ຫາ ແຮງ, ສົມທົບກັບລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່.
ສະເພາະຢູ່ແຂວງພາກເໜືອ ອາກາດຍັງຈະໜາວເຢັນຫຼາຍ, ເຂດພູສູງ ແລະ ພູດອຍ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ, ຈະມີຝົນຕົກໃນລະດັບຄ່ອຍເປັນບາງໂອກາດ ແລະ ມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາຕອນເຊົ້າ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖີ່ນ.
ໃນນັ້ນ ພາກເໜືອດ້ານຕາວັນອອກ ອາກາດຈະໜາວຫຼາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນເຂດພາກເໜືອ ເຊັ່ນ: ແຂວງ ຜົ້ງສາລີ ແລະ ຫົວພັນ ອຸນຫະພູມຕໍ່າສຸດ 05-10 ອົງສາ, ພ້ອມກັນນັ້ນ ພາກເໜືອດ້ານຕາວັນຕົກ ອາກາດຈະໜາວຫຼາຍເຊັ່ນກັນ, ໂດຍສະເພາະເຂດພູສູງ ແລະ ພູດອຍ,ອຸນຫະພູມຕໍ່າສຸດ 07-13 ອົງສາ, ສະເພາະແຂວງໄຊສົມບູນ ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ຢູ່ທົ່ວໄປ ແລະ ມີລົມພັດແຮງຢູ່ບາງບໍລິເວນ, ອຸນຫະພູມຕໍ່າສຸດ 05-09 ອົງສາ.
ສໍາລັບ ເຂດພູພຽງບໍລະເວນ ອາກາດຍັງຈະໜາວເຢັນຫຼາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ແລະ ມີຝົນຕົກຄ່ອຍໆ, ມີລົມພັດແຮງຢູ່ບາງບໍລິເວນ,  ອຸນຫະພູມຕໍ່າສຸດ 05-08 ອົງສາ. ສະເພາະ ຢູ່ນະຄອນຫຼວງວຽງຈັນ ອາກາດຈະໜາວເຢັນ ພ້ອມມີໝອກບາງປົກຫຸ້ໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຕອນບ່າຍ ອາກາດຈະຮ້ອນຂຶ້ນ ພ້ອມມີລົມພັດແຮງຢູ່ບາງບໍລິເວນ, ອຸນຫະພູມຕໍ່າສຸດ 15-18 ອົງສາ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply