ປະທານກຳມາທິການຍຸຕິທຳ ສະພາແຫ່ງຊາດ ທ່ານນາງ ບົວຄຳ ທິບພະວົງ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ສະເໜີໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ເມື່ອວັນທີ 5 ກັນຍາທີ່ຜ່ານມາ, ໃຫ້ອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ເລັ່ງແກ້ໄຂ ບາງບັນຫາທີ່ເຫັນວ່າ ຍັງຈັດຕັ້ງປະຕິບັດບໍ່ທັນໄດ້ດີເທົ່າທີ່ຄວນ, ຊັກຊ້າ ແລະ ບໍ່ທັນບັນລຸຕາມເປົ້າໝາຍທີ່ວາງໄວ້ ເປັນຕົ້ນ ການປະຕິບັດສິດສັ່ງຟ້ອງຜູ້ຖືກຫາ ແລະ ການຖະ ແຫຼງຄະດີຕໍ່ສານ ຂອງອົງການໄອຍະການປະຊາຊົນ ແຕ່ລະຂັ້ນບໍ່ທັນບັນລຸຄາດໝາຍຕາມທີ່ໄດ້ກໍານົດໄວ້ 97% ຂອງແຜນການ ປີ 2020, ການຕິດຕາມກວດກາ ການປະຕິບັດຄໍາຕັດສິນຂອງສານ ບໍ່ທັນເປັນປົກກະຕິ, ຕໍ່ເນື່ອງ, ຍັງບໍ່ທັນໄດ້ລົງເລິກ, ການເຂົ້າຮ່ວມຕິດຕາມກວດກາ ການຕັດສິນຄະດີ ໃນທີ່ປະຊຸມສານ ຂອງພະນັກງານໄອຍະການປະຊາຊົນ ຂັ້ນຕ່າງໆ ເມື່ອພົບເຫັນມີການລະເມີດກົດໝາຍ ກໍບໍ່ໄດ້ສະເໜີຄັດຄ້ານ.
ທ່ານນາງ ບົວຄຳ ໄດ້ສະເໜີຕື່ມວ່າ: ນອກນັ້ນ ການຄຸ້ມຄອງບໍລິຫານສານ ແລະ ການຄົ້ນຄວ້າແກ້ໄຂຄະດີທີ່ເຂົ້າມາສານ ແຕ່ລະຂັ້ນຍັງຊັກຊ້າ, ຄໍາຕັດສິນ ແລະ ຄໍາພິພາກສາ ຍັງມີຂໍ້ບົກຜ່ອງຈໍານວນໜຶ່ງ ເຊິ່ງເປັນສາເຫດພາໃຫ້ການດໍາເນີນຄະດີ ຂອງສານປະຊາຊົນ ແລະ ສານທະຫານ ປະຕິບັດໄດ້ພຽງແຕ່ 58,71%, ທຽບໃສ່ມະຕິຂອງກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ແມ່ນບໍ່ບັນລຸໄດ້ຕາມຄາດໝາຍ ທີ່ໄດ້ກໍານົດໄວ້ 85%, ການຊັດມ້ຽນຄະດີຈໍານວນໜຶ່ງ ຍັງບໍ່ທັນຮັບປະກັນຄວາມຖືກຕ້ອງ ຕາມຕົວຈິງ ແລະ ສອດຄ່ອງຕາມກົດໝາຍ, ບາງກໍລະນີ ການກະທໍາ ຂອງຜູ້ຖືກຫາ ຄົບອົງປະກອບຂອງການກະທໍາຜິດທາງອາຍາ ຕາມທີ່ໄດ້ກໍານົດໄວ້ ໃນມາດຕາ 7 ຂອງ ກົດໝາຍອາຍາ ແຕ່ຖືກຊັດມ້ຽນຄະດີ, ກົງກັນຂ້າມບາງກໍລະນີ ຂາດອົງປະກອບຂອງການກະທໍາຜິດ ທາງອາຍາ ແຕ່ພັດສັ່ງຟ້ອງຜູ້ຖືກຫາຂຶ້ນສານຕັດສິນ ເປັນຕົ້ນ: ຄະດີລະເມີດກົດຈະລາຈອນພາໃຫ້ເກີດອຸປະຕິເຫດ ແລະ ການສໍ້ໂກງຊັບ ແລະ ອື່ນໆ.
ຂ່າວ: ທະນູທອງ
ພາບ: ເກດສະໜາ

