ສະພາ​ແຫ່ງ​ຊາດຫວຽດນາມ ​ມອບ​ເຄື່ອງ​ຊ່ວຍ​ເຫຼືອການແພດໃຫ້​ລາວ

ສະພາ​ແຫ່ງ​ຊາດຫວຽດນາມ ​ມອບ​ເຄື່ອງ​ຊ່ວຍ​ເຫຼືອການແພດໃຫ້​ລາວ

ສະພາແຫ່ງຊາດຫວຽດນາມ ໄດ້ມອບເຄື່ອງຊ່ວຍເຫຼືອການແພດ ໃຫ້ແກ່ ສປປ ລາວ ເພື່ອນຳໃຊ້ເຂົ້າໃນການສະກັດກັ້ນ ແລະ ຄວບຄຸມພະຍາດໂຄວິດ-19.

ພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວເປັນຜ້າອັດປາກກາແພດ ໄດ້ຈັັດຂຶ້ນຢູ່ທິ່ສະພາແຫ່ງຊາດຫວຽດນາມ ເມື່ອບໍ່ດັນມານີ້ ເຊິ່ງມອບໂດຍ ທ່ານ ຫງວຽນແຫ້ງຟຸກ, ກຳມະການສູນກາງພັກ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະ ໂດຍ ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ.ຫວຽດນາມ.

ໃນໂອກາດດຽວກັນ ສະພາແຫ່ງຊາດຫວຽດນາມ ກໍ່ໄດ້ມອບເຄື່ອງຊ່ວຍເຫຼືອການແພດໃຫ້ແກ່ ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ ແລະ ຍີ່ປຸ່ນ ເພື່ອນໍາໃຊ້ໃນການປ້ອງກັນພະຍາດໂຄ ວິດ-19 ເຊິ່ງຕາງໜ້າຮັບໂດຍ ທ່ານ ແສງເພັດ ຮຸ່ງບຸນຍວງ.

ໃນໂອກາດນີ້, ທ່ານ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບ​​ໃຈ ຢ່າງຈິງໃຈ ມາຍັງສະພາແຫ່ງຊາດ ຫວຽດນາມ, ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມໃນການຊ່ວຍເຫຼືອ ອຸປະກອນການແພດໃນຄັ້ງນີ້ ແລະ ໄດ້ຢືນຢັນວ່າອຸປະກອນການແພດທີ່ໄດ້ຮັບ ການຊ່ວຍເຫຼືອຄັ້ງນີ້ຈະຖຶກນຳໃຊ້ເຂົ້າໃນການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19 ໃຫ້ມີປະສິດທິຜົນສູງ, ພ້ອມດຽວກັນນີ້ ເຊື່ອໝັ້ນວ່າພາຍ​​ໃຕ້ການນຳພາອັນສະຫຼາດສ່ອງໃສ ແລະ ຄວາມເປັນຈິດໜຶ່ງໃຈດຽວຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຈະຟື້ນຟູ​​ເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ແລະ ສືບຕໍ່ຍາດໄດ້ຜົນສຳເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply