ໂດຍຕອບສະໜອງຕາມການເຊີນ ຂອງ ສະມາຄົມມິດຕະພາບມຽນມາ – ລາວ, ຄະນະຜູ້ແທນສະມາຄົມມິດຕະພາບ ລາວ- ມຽນມານຳໂດຍ ທ່ານ ຈັນທະວົງ ແສນອາມາດມົນຕີ, ຮອງປະທານກຳມາທິການການຕ່າງປະເທດ, ສະພາແຫ່ງຊາດ,ປະທານສະມາຄົມມິດຕະພາບລາວ- ມຽນມາ ພ້ອມດ້ວຍຄະນະໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງເນປີດໍ, ສສ.ມຽນມາເມື່ອບໍ່ດົນມານີ້
ສອງສະມາຄົມມິດຕະພາບໄດ້ຈັດກອງປະຊຸມພົບປະສອງຝ່າຍ ໂດຍການເປັນປະທານຮ່ວມຂອງທ່ານຈັນທະວົງແສນອາມາດມົນຕີ, ປະທານສະມາຄົມມິດຕະພາບ ລາວ – ມຽນມາແລະທ່ານພົນຈັດຕະວາວິນມອງ (Win Maung), ປະທານສະມາຄົມມິດຕະພາບມຽນມາ – ລາວ ແລະ ໃຫ້ກຽດເຂົ້າຮ່ວມ ຂອງທ່ານບຸນພຽງຈັນທະວົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປລາວປະຈຳສສ.ມຽນມາ.
ກອງປະຊຸມໄດ້ສະຫຼຸບຕີລາຄາຜົນການພົວພັນຮ່ວມມືໃນໄລຍະປີ 2025 ຜ່ານມາ ແລະວາງທິດທາງແຜນການຕໍ່ໜ້າປະຈໍາປີ 2026 ຂອງສອງສະມາຄົມ ເພື່ອເຄື່ອນໄຫວຮ່ວມກັນຕາມພາລະບົດບາດ ແລະ ເຜີຍແຜ່ໃຫ້ປະຊາຊົນສອງຊາດ ລາວ – ມຽນມາໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ, ສະໜັບສະໜູນໃຫ້ມີການໄປມາຫາສູ່, ພົວພັນຮ່ວມມື, ສ້າງຄວາມຮັກແພງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ສ້າງກິດຈະກໍາຮ່ວມກັນ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສສ.ມຽນມາ ໃຫ້ນັບມື້ໄດ້ຮັບການພັດທະນາ ແລະ ກ້າວເຂົ້າສູ່ລະດັບໃໝ່.ໃນໂອກາດຢ້ຽມຢາມແລະເຂົ້າຮ່ວມກອງປະຊຸມຄັ້ງນີ້,ສະມາຄົມມິດຕະພາບ ລາວ- ມຽນມາ – ລາວ ໄດ້ຮ່ວມກັນເຊັນບົດບັນທຶກຄວາມເຂົ້າໃຈ(MOU)ໃນການພົວພັນມິດຕະພາບແລະການຮ່ວມມື ໄລຍະ5ປີ(ແຕ່ປີ2026-2030) ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດການພົວພັນຮ່ວມມື2 ຝ່າຍໃນຕໍ່ໜ້າ.
ການໄປຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນສະມາຄົມມິດຕະພາບ ລາວ – ມຽນມາ ໄດ້ຢ້ຽມຂໍ່ານັບທ່ານ U Than Swe, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ສສ.ມຽນມາ, ເຊິ່ງ ທ່ານ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມ ຂອງຄະນະຜູ້ແທນສະມາຄົມມິດຕະພາບ ລາວ – ມຽນມາ ໃນຄັ້ງນີ້ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດ ລາວ ແລະ ມຽນມາອັນເປັນການເປີດກວ້າງການພົວພັນຮ່ວມມືຊຸກຍູ້ການພົວພັນການທູດປະຊາຊົນທັງເປັນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ,ການຮ່ວມມື ແລະ ສ້າງຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນສອງຊາດລາວແລະມຽນມາໂດຍສະເພາະສອງສະມາຄົມມິດຕະພາບລາວ – ມຽນມາແລະມຽນມາ – ລາວໃຫ້ມີບາດກ້າວໃໝ່.ນອກນັ້ນຍັງໄດ້ແຈ້ງສະພາບການພັດທະນາອັນພົ້ນເດັ່ນ ຂອງ ສສ.ມຽນມາ ໃຫ້ຄະນະຜູ້ແທນຊາບ. ທ່ານ ຈັນທະວົງແສນອາມາດມົນຕີໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ການອໍານວຍຄວາມສະດວກ ໃຫ້ແກ່ຄະນະຜູ້ແທນສະມາຄົມມິດຕະພາບ ລາວ – ມຽນມາ, ທັງໄດ້ລາຍງານການເຄື່ອນໄຫວອັນພົ້ນເດັ່ນ ຂອງ ສະມາຄົມມິດຕະພາບ ລາວ – ມຽນມາ ແລະ ຍິນດີສືບຕໍ່ຮ່ວມກັບສະມາຄົມມິດຕະພາບ ມຽນມາ – ລາວເພື່ອເສີມຂະຍາຍສາຍພົວພັນມິດຕະພາບໃຫ້ນັນມື້ນັບດີຂື້ນ.
ນອກຈາກນີ້,ຄະນະຜູ້ແທນສະມາຄົມມິດຕະພາບ ມຽນມາ – ລາວຍັງໄດ້ຢ້ຽມຢາມ ສະຖານທີ່ທ່ອງທ່ຽວທາງປະຫັວດສາດ ແລະວັດທະນະທຳ ຈຳນວນໜຶ່ງ ຢູ່ ນະຄອນຢ່າງກຸ້ງແລະນະຄອນຫຼວງເນປີດໍ, ສສ.ມຽນມາ.
ຂ່າວ:ຄຕພ
Toutes les réactions :

