ແຂວງສະຫວັນນະເຂດ ມີຄວາມພ້ອມໃນດ້ານສະຖານທີ່ເພື່ອຮອງຮັບການປີ່ນປົວຄົນເຈັບຈາກພະຍາດໂຄວິດ-19 ເຊີ່ງມີ 2 ສະຖານທີ່ ລວມຫຼາຍກວ່າ 200 ຕຽງ.
ດຣ ນາງ ພູວິໄລ ແກ້ວມຸງຄຸນ ຜູ້ອຳນວຍການໂຮງໝໍແຂວງສະຫວັນນະເຂດ ໄດ້ລາຍງານເນື່ອງໃນໂອກາດກອງປະຊຸມກຽມຄວາມພ້ອມເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໃນວັນທີ 30 ເມສາ 2020 ທີ່ຜ່ານມາວ່າ ຕາມການຕົກລົງເປັນເອກະພາບຂອງກົມປິ່ນປົວ, ອົງການອະນາໄມໂລກ ແລະ ທີມຊ່ຽວຊານຈາກສູນກາງ ໄດ້ກຳນົດເອົາບາງຕຶກຢູ່ພາຍໃນໂຮງໝໍແຂວງເປັນບ່ອນ ແຍກປ່ຽວ ແລະ ປິ່ນປົວພະຍາດ ໂຄວິດ-19 ໂດຍແບ່ງເຂດທີ່ຊັດເຈນ ແລະ ຈະໄດ້ກຳນົດເອົາ 4 ຕຶກ ໃນນັ້ນ ມີຕຶກໂລກຊາ ມີຢູ່ 6 ຫ້ອງ ເປັນຫ້ອງແຍກປ່ຽວ ທີ່ສາມາດປິ່ນປົວພະຍາດ ໂຄວິດ-19 ໄດ້ 12 ຄົນ ຖ້າເປັນບ່ອນກັກກັນກໍ່ຈະໄດ້ພຽງ 6 ຄົນ, ມີຕຶກພາຍໃນ 1 ແລະ ພາຍໃນ 2 ລວມ 40 ຕຽງ ແລະ ຕຶກຊຶມເຊື້ອປະກອບຕຽງເຂົ້າໄດ້ 31 ຕຽງ.
ດຣ ພູວິໄລ ແກ້ວມຸງຄຸນ ກ່າວຕື່ມວ່າ ສະເພາະຢູ່ໂຮງໝໍແຂວງຈະສາມາດປິ່ນປົວຄົນເຈັບຈາກ ໂຄວິດ-19 ໄດ້ຢູ່ 71 ຄົນ ແລະ ສະຖານທີ່ໜຶ່ງ ແມ່ນມີແຜນກໍານົດເອົາບ່ອນພັກ ຂອງກໍາມະກອນເຂດເສດຖະກິດພິເສດ, ເຊິ່ງຕຶກດັ່ງກ່າວ ມີ 5 ຊັ້ນ ແຕ່ລະຊັ້ນມີ 19 ຫ້ອງສາມາດບັນຈຸໄດ້ 200 ຕຽງ, ຖ້າຫາກວ່າເກີດການລະບາດຫຼາຍ ແມ່ນຈະໄດ້ຍ້າຍຄົນເຈັບທົ່ວໄປ, ໄປປິ່ນປົວຢູ່ໂຮງໝໍທະຫານແຂວງ.
ໃນຜ່ານມາທົ່ວແຂວງສະຫວັນນະເຂດມີສູນຈໍາກັດບໍລິເວນ ທັງໝົດ 481 ແຫ່ງ, ມີຈຳນວນຜູ້ອອກແຮງງານລາວກັບມາແຕ່ປະເທດໄທເຂົ້າສູນ 26 ພັນກວ່າຄົນ, ມາຮອດປະຈຸບັນຍັງເຫຼືອພຽງ 4 ສູນ ແລະ ຍັງມີຜູ້ຈໍາກັດບໍລິເວນຢູ່ສູນ 50 ກວ່າຄົນ ເທົ່ານັ້ນ ຫຼັງຈາກຫຼາຍຄົນໄດ້ຮັບ ອະນຸຍາດໃຫ້ກັບບ້ານ ພາຍຫຼັງຄົບກໍານົດ 14 ວັນໃນການຈໍາກັດບໍລິເວນ ແລະ ກວດບໍ່ພົບເຊື້ອໂຄວິດ-19.
ຂ່າວ: ວຽງຈັນທາຍ (ແຫຼ່ງຂ່າວ ໜັງສືພິມສະຫວັນພັດທະນາ)
ພາບ: ໜັງສືພິມສະຫວັນພັດທະນາ

