ສູນກາງສະຫະພັນກຳມະບານລາວ ຈະຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ (1/2/1956-1/22026) ຢ່າງຍິ່ງໃຫຍ່ ຢູ່ຫໍປະຊຸມແຫ່ງຊາດ ແລະ ຈະໄດ້ຖ່າຍທອດສົດໃຫ້ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ໄດ້ຮັບຊົມໃນຂອບເຂດທົ່ວປະເທດ ໂດຍຜ່ານວີດີໂອທາງໄກ ແລະ ຈະມີກິດຈະກຳປິ່ນອ້ອມອື່ນໆຕື່ມອີກ.
ພ້ອມນັ້ນ, ສູນກາງສະຫະພັນກຳມະບານລາວ ໄດ້ອອກແຈ້ງການເຖິງຄະນະບໍລິຫານງານສະຫະພັນກຳມະບານລາວ, ຄະນະບໍລິຫານງານສະຫະພັນກຳມະບານກະຊວງ, ອົງການ, ແຂວງ ແລະ ນະຄອນຫຼວງວຽງຈັນ ເລື່ອງການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ ເພື່ອເຮັດໃຫ້ວັນດັ່ງກ່າວໄດ້ຈັດຕັ້ງປະຕິບັດ ແລະ ສອດຄ່ອງກັບສະພາບເງື່ອນໄຂຕົວຈິງຂອງແຕ່ລະພາກສ່ວນ ໂດຍໃຫ້ຈັດກິດຈະກຳຕ່າງໆ ເປັນຕົ້ນ: ຈັດຕັ້ງປາຖະກະຖາຫວນຄືນມູນເຊື້ອປະຫວັດຄວາມເປັນມາວັນສ້າງຕັ້ງກຳມະບານລາວ ຄົບຮອບ 70 ປີ, ຈັດກິດຈະກຳຖາມ-ຕອບ ຄວາມຮູ້ກ່ຽວກັບວັນສ້າງຕັ້ງກຳມະບານລາວ, ຈັດຂະບວນການບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ ແລະ ກວດສຸຂະພາບອື່ນໆ, ຈັດງານຕະຫຼາດນັດວາງສະແດງສິນຄ້າຜະລິດຕະພັນຂອງສະມາຊິກກຳມະບານ, ກຳມະກອນແຕ່ລະທ້ອງຖິ່ນ, ຈັດຂະບວນການແຂ່ງຂັນກິລາ, ສິລະປະວັນນະຄະດີ, ຂະບວນການອອກແຮງງານລວມ, ເຄືອນໄຫວຢ້ຽມຢາມການນຳອາວຸໂສບຳນານ, ຈັດກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້“ການພັດທະນາວຽກງານກຳມະບານ ໃນໄລຍະໃໝ່ ແລະ ອື່ນໆ.
ເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ, ທ່ານ ເລັດ ໄຊຍະພອນ ປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ວ່າ: ວັນທີ 1 ກຸມພາ 1956 ສູນກາງພັກໄດ້ຕົກລົງສ້າງຕັ້ງສະຫະພັນກໍາມະບານລາວຂຶ້ນ ຊຶ່ງເປັນເຫດການການເມືອງທີ່ມີຄວາມໝາຍປະຫວັດສາດສໍາຄັນຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ. ເມື່ອຫວນຄືນມູນເຊື້ອປະຫວັດສາດແຫ່ງການກໍາເນີດເຕີບໃຫຍ່ ແລະ ຂະຫຍາຍຕົວຂອງສະຫະພັນກໍາມະບານລາວຕະຫຼອດໄລຍະ 70 ປີ ທີ່ຜ່ານມາ ໂດຍພັກໄດ້ມອບໝາຍພາລະກິດອັນໃຫຍ່ຫຼວງໃຫ້ແກ່ສະຫະພັນກໍາມະບານລາວເຮັດໜ້າທີ່ໂຄສະນາສຶກສາອົບຮົມການເມືອງແນວຄິດ, ປຸກລະດົມຂົນຂວາຍ, ເຕົ້າໂຮມຄວາມສາມັກຄີທົ່ວປວງຊົນທັງຊາດ, ໃຫ້ມີນໍ້າໃຈຮັກຊາດ, ມີຄວາມຕື່ນຕົວປະຕິວັດ, ກໍາແໜ້ນມູນເຊື້ອ, ທາດແທ້ ແລະ ທັດສະນະຂອງຊົນຊັ້ນກໍາມະກອນລາວ ຢ່າງແທ້ຈິງ, ເປັນຕົວແທນແຫ່ງການປົກປ້ອງ, ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກກຳມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ.

