ສະຫະລັດ ອາເມຣິກາ, ປະກາດ ສັ່ງໃຫ້ຈຳກັດ ແລະ ເຂັ້ມງວດການອອກວີຊາຢ່າງເຕັມຮູບແບບຢຸດການອອກວິຊາໃຫ້ ພົນລະເມືອງລາວ.
ກະຊວງການຕ່າງປະເທດລາວ ໄດ້ອອກຖະແຫຼງການແຈ້ງເຕືອນປະຊາຊົນ ຫຼັງຈາກທີ່ປະທານາທິບໍດີ ສະຫະລັດ ອາເມຣິກາ ໂດນັນ ທຣໍາ ໄດ້ປະກາດຄຳສັ່ງໃໝ່ໃນວັນທີ 16 ທັນວາ ກ່ຽວກັບການຢຸດອອກວີຊາແບບເຕັມຮູບແບບໃຫ້ກັບພົນລະເມືອງຈາກ 19 ປະເທດທົ່ວໂລກ ລວມທັງ ສປປ ລາວ ດ້ວຍ.
ມາດຕະການໃໝ່ນີ້ຈະມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 1 ມັງກອນ 2026 ເປັນຕົ້ນໄປ ຊຶ່ງໝາຍຄວາມວ່າ ຄົນລາວທີ່ຖືໜັງສືຜ່ານແດນທຳມະດາຈະບໍ່ສາມາດຂໍວີຊາເພື່ອເດີນທາງໄປສະຫະລັດໄດ້ອີກຕໍ່ໄປ ບໍ່ວ່າຈະເປັນການໄປທ່ອງທ່ຽວ, ເຮັດທຸລະກິດ, ເຮັດວຽກ, ສຶກສາ, ຝຶກອົບຮົມ ຫຼື ແມ້ກະທັ້ງການໄປຢູ່ກັບຄອບຄົວທີ່ເປັນຄູ່ສົມລົດ, ລູກລ້ຽງ ຫຼື ຍາດພີ່ນ້ອງກໍຕາມ.
ນີ້ຖືວ່າເປັນການເພີ່ມລະດັບການຈຳກັດຈາກເດີມທີ່ລາວຖືກຈັດຢູ່ໃນລາຍຊື່ປະເທດທີ່ຖືກຈຳກັດພຽງບາງສ່ວນເທົ່ານັ້ນ.
ທຳນຽບຂາວ ຫຼື ທຳນຽບປະທານາທິບໍດີ ສະຫະລັດ ກ່າວວ່າ ການຕັດສິນໃຈດັ່ງກ່າວເປັນຜົນມາຈາກຄວາມກັງວົນກ່ຽວກັບການຢູ່ເກີນກຳນົດວີຊາ ແລະ ການຮ່ວມມືໃນການສົ່ງຄົນກັບຄືນ.
ອີງຕາມບົດລາຍງານກ່ຽວກັບການເຂົ້າ ແລະ ອອກເກີນກຳນົດຂອງກະຊວງຄວາມໝັ້ນຄົງພາຍໃນສະຫະລັດ, ລາວມີອັດຕາການຢູ່ເກີນກຳນົດວີຊາປະເພດ B-1/B-2 ທີ່ 28.34% ແລະ ອັດຕາການຢູ່ເກີນກຳນົດວີຊາປະເພດ F, M ແລະ J ທີ່ 11.41%.
ວີຊາປະເພດ B-1/B-2 ອະນຸຍາດໃຫ້ເດີນທາງໄລຍະສັ້ນເພື່ອທຸລະກິດ ແລະ ການທ່ອງທ່ຽວ, ໃນຂະນະທີ່ວີຊາປະເພດ F, M ແລະ J ຖືກໃຊ້ຕົ້ນຕໍໂດຍນັກຮຽນ, ຜູ້ຝຶກອົບຮົມ ແລະ ຜູ້ທີ່ເຂົ້າຮ່ວມໂຄງການແລກປ່ຽນ.
ບົດລາຍງານປີງົບປະມານ 2023 ສະແດງໃຫ້ເຫັນອັດຕາການຢູ່ເກີນກຳນົດວີຊາປະເພດ B-1/B-2 ທີ່ 34.77%, ໃນຂະນະທີ່ອັດຕາການຢູ່ເກີນກຳນົດສຳລັບວີຊາປະເພດ F, M ແລະ J ຢູ່ທີ່ 6.49 ເປີເຊັນ.
ຖະແຫຼງການດັ່ງກ່າວຍັງກ່າວອີກວ່າ ລາວ ໄດ້ລົ້ມເຫຼວໃນການຮັບພົນລະເມືອງຂອງຕົນບາງຄົນທີ່ຖືກສັ່ງໃຫ້ອອກຈາກສະຫະລັດກັບຄືນຕະຫຼອດມາ.
ເຖິງຢ່າງໃດກໍຕາມ ພົນລະເມືອງລາວທີ່ຖືໜັງສືຜ່ານແດນນັກການທູດ ແລະ ລັດຖະການຍັງໄດ້ຮັບການຍົກເວັ້ນ ແລະ ສາມາດເດີນທາງໄປປະຕິບັດໜ້າທີ່ການທູດ, ເຂົ້າຮ່ວມກອງປະຊຸມສາກົນ ແລະ ວຽກງານທາງການຕ່າງໆໄດ້ຕາມປົກກະຕິ ໂດຍອີງໃສ່ການອະນຸມັດວີຊາຈາກຝ່າຍສະຫະລັດເປັນແຕ່ລະກໍລະນີໄປ.
ກົມການຂ່າວ, ກະຊວງການຕ່າງປະເທດ ໄດ້ແນະນຳໃຫ້ປະຊາຊົນລາວບັນດາເຜົ່າຫຼີກລ້ຽງການຍື່ນໃບສະໝັກ ລົງທະບຽນ ແລະ ຈ່າຍຄ່າທຳນຽມເພື່ອຂໍວີຊາເຂົ້າສະຫະລັດໃນໄລຍະນີ້ ເພາະມີຄວາມສ່ຽງສູງທີ່ຈະບໍ່ໄດ້ຮັບການອະນຸມັດ ແລະ ອາດຈະເສຍເງິນຄ່າທຳນຽມໄປໂດຍປາສະຈາກການໄດ້ຮັບວີຊາ.

