ສະຫະລັດອາເມລິກາໃຫ້ທຶນຊ່ວຍເຫຼືອ ສປປ ລາວ ເພີ່ມ 2.5 ລ້ານໂດລາ

ສະຫະລັດອາເມລິກາໃຫ້ທຶນຊ່ວຍເຫຼືອ ສປປ ລາວ ເພີ່ມ 2.5 ລ້ານໂດລາ

ລັດຖະບານສະຫະລັດ ອາເມລິກາ, ໂດຍຜ່ານໂຄງການ USAID, ໄດ້ໃຫ້ທຶນຊ່ວຍເຫຼືອເພີ່ມອີກຈໍານວນ 2.5 ລ້ານໂດລາໃນການຫຼຸດຜ່ອນ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໂດຍຈະເພີ່ມໃຫ້ແກ່ບັນດາອົງການສາກົນປະຈໍາລາວໃນການຄວບຄຸມການລະບາດຂອງພະຍາດດັ່ງກ່າວ.

ທ່ານ ປອ. ປີເຕີເຮມ໋ອນ ເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ ປະຈໍາລາວໄດ້ກ່າວວ່າ: ທຶນການຊ່ວຍເຫຼືອເພີ່ມດັ່ງກ່າວໄດ້ຢໍ້າຄືນເຖິງຄວາມໝາຍໝັ້ນຂອງການຮ່ວມມືແບບກວມລວມລະຫວ່າງ ສະຫະລັດ ອາເມລິກາ ແລະ ສປປ ລາວ ກ່ຽວກັບວຽກງານສະກັດກັ້ນພະຍາດໂຄວິດ-19 ຊຶ່ງມາຮອດປັດຈຸບັນ, ນັບແຕ່ມີການລະບາດຂອງພະຍາດດັ່ງກ່າວ, ການຊ່ວຍເຫຼືອຂອງສະຫະລັດ ອາເມລິກາ ໄດ້ບັນລຸເຖິງ 7.5 ລ້ານໂດລາ.

ນອກນັ້ນ, ລັດຖະບານສະຫະລັດ ຍັງໄດ້ຊ່ວຍເຫຼືອອຸປະກອນການແພດປະເພດຕ່າງໆ ເຊັ່ນ: ເຄື່ອງກວດຫາສານຊີວະໂມເລກຸນ ຈໍານວນ 2 ເຄື່ອງ, ແລັບທ໋ອບ 10 ເຄື່ອງ, ເຄື່ອງອົບຂ້າເຊື້ອ, ເຄື່ອງກັ່ນຕອງອາກາດແບບພິເສດສໍາລັບຫ້ອງທົດລອງ ແລະ ເຄື່ອງອື່ນໆ.

ຂ່າວ: ວຽງຈັນທາຍ

ພາບປະກອບ

Related Articles

Leave a Reply