ເອກອັກຄະລັດຖະທູດປະເທດສະຫະລັດອາເມລິກາ ປະຈໍາ ສປປ ລາວ, ທ່ານ ປີເຕີ ເຮມອນ ໄດ້ມອບທຶນການສຶກສາແກ່ນັກສຶກສາກົດໝາຍເພດຍິງລາວ ຈໍານວນ 18 ຄົນ ເພື່ອສຶກສາຕໍ່ຫຼັກສູດຝືກອົບຮົມວິຊາຊີບ 1 ປີ ທີ່ສະຖາບັນຍຸຕິທໍາແຫ່ງຊາດ, ໃນວັນທີ 15 ທັນວາ 2020 ນີ້ ຢູ່ນະຄອນຫຼວງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມເປັນສັກຂີພິຍານ ຂອງ ຮອງລັດຖະມົນຕີກະຊວງຍຸຕິທໍາ, ທ່ານ ບຸນສະຫວາດ ບຸບຜາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.
ທຶນການສຶກສາດັ່ງກ່າວ ແມ່ນແນໃສ່ຜູ້ທີ່ຈົບການສຶກສາ ກົດໝາຍທີ່ຕ້ອງການເປັນຜູ້ພິພາກສາ, ທະນາຍຄວາມ ແລະ ພະນັກງານໄອຍະການສານ, ຊຶ່ງທຶນການສຶກສານີ້ ເພື່ອຊຸກຍູ້ນັກສຶກສາເພດຍິງທີ່ຮຽນຈົບກົດໝາຍ ໃຫ້ສຶບຕໍ່ປະກອບອາຊີບເຫຼົ່ານີ້ ຫຼາຍຂຶ້ນ ແລະ ເພື່ອເປັນການເພີ່ມຈໍານວນແມ່ຍິງທີ່ເຮັດວຽກຢູ່ໃນຂົງເຂດວິຊາຊີບນີ້ໃຫ້ຫຼາຍຂຶ້ນຕື່ມ.
ສໍາລັບ ທຶນດັ່ງກ່າວ ແມ່ນສະໜັບສະໜູນ ໂດຍ ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID), ທາງດ້ານການເງີນແກ່ນັກສຶກສາເຫຼົ່ານີ້ ທີ່ມາຈາກນະຄອນຫຼວງວຽງຈັນ ແລະ ຈາກ ແຂວງ ຄໍາມ່ວນ, ບໍລິຄໍາໄຊ, ອຸດົມໄຊ ແລະ ໄຊສົມບູນ.
ຂ່າວ: ວຽງຈັນທາຍ
ຮູບ: ສັງຄົມໄຊ

